ໄຂງານບຸນຂັບ Xoan, ແຂວງ Phu Tho

ໄຂງານບຸນຂັບ Xoan, ແຂວງ Phu Tho - ảnh 1
ສະ​ແດງ​ຂັບ Xoan ​ແລະ ຂັບລຳພື້ນ​ເມືອງ

( vovworld ) - ຕອນ​ຄໍ່າວັນ​ທີ 26/3, ຢູ່​ເຂດ​ປູສະ​ນີຍະສະ​ຖານ​ປະຫວັດສາດ​ວິຫານ​ຮຸ່ງ, ​ໄດ້​ຈັດ​ພິທີ​​ໄຂງານ​ບຸນ​ວັດທະນະທຳ, ການສະ​ແດງ​ຂັບ Xoan ​ແລະ ຂັບລຳພື້ນ​ເມືອງ Phu Tho. ນີ້​ແມ່ນ​ໜື່ງ​ໃນ​ບັນດາ​ຈຸດ​ໃໝ່​ຂອງ​ງານ​ບຸນ​ວິຫານ​ຮຸ່ງ​ປີ 2012 ນີ້, ​ເພື່ອ​ແນ​ໃສ່​ໂຄສະນາ​ມໍລະດົກ​ວັດ​ທະນະ​ທຳບໍ່​ມີ​ຮູບ​ຮ່​າງຂອງ​ມວນ​ມະນຸດ​ຫາ​ກໍ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ອົງການ UNESCO. ງານ​ບຸນ​ໄດ້​ດຶງ​ດູດ​ຄວາມ​​ສົນໃຈ​​ຂອງ 14 ກອງ​ສິ​ລະ​ປະກອນ ​ແລະ 12 ສະ​ໂມ​ສອນຂັບ Xoan ທີ່​ມາ​ຈາກ 13 ​ເມືອງ​ຂອງ​ແຂວງ Phu Tho. ນີ້​ແມ່ນ​ໂອກາດ​ເພື່ອ​ໂຄສະນາ, ​ແນະນຳ, ​ເຊີດ​ຊູ​ບັນດາ​ຄຸນ​ຄ່າວັດທະນະທຳ​ສະ​ໄໝ​ລາດ​ຊະ​ວົງຮຸ່ງ, ພ້​ອມກັນ​ນັ້ນ​ກໍເຊີດ​ຊູ​ຄຸນ​ຄ່າມໍລະ​ດົກວັດທະນະທຳ​ຂັບ Xoan, ບັນດາທຳນອງ​ເພງພື້ນ​ເມືອງທີ່​ເປັນ​ເອກະ​ລັກສະ​ເພາະ​ເພື່​ອ​ໃຫ້ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວຮັບ​ຊາບ. ຜ່ານ​ນັ້ນ​ຈະ​ເລືອກ​ເອົາບັນດາ​ສີ​ລະ​ປິນດີ​ເດັ່ນ, ບັນດາ​ທຳນອງ​ເພງພື້ນ​ເມືອງ​​ເປັນ​ເອກະລັກ​ສະ​ເພາະ​ເພື່ອ​ຮັກ​ສາ, ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ວັດທະນະທຳ​ອັນ​ລຳ​ຄ່າ​ນີ້, ປະ​ກອບ​ສ່ວນ​ພັດທະນາ​ການທ່ອງທ່ຽວ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ