ໄຂງານບຸນດອກຊາກຸຣະປີ2016ຢູ່ນະຄອນໂຮ່ຈິປີນ

ໄຂງານບຸນດອກຊາກຸຣະປີ2016ຢູ່ນະຄອນໂຮ່ຈິປີນ - ảnh 1
ຊາວ​ຫນຸ່ມ​ນະ​ຄອນ​ໂຮ່​ຈິ​ມິນ​ຖ່າຍ​ຮູບ​ກັບ​ດອກ​ຊາ​ກຸ​ຣະ
ພາບ:baotintuc

(vovworld)-ຕອນ​ຄ່ຳ​ວັນ​ທີ 22/4 ​ງານ​ບຸນ ດອກ​ຊາ​ກຸ​ຣະຂອງ​ຍີ່​ປຸ່ນ​ເປັນ​ຄັ້ງ​ອິດ​ໄດ້​ໄຂ​ຂຶ້ນ ຢູ່ ສວນ​ສາ​ທາ​ລະ​ນະ 23/9 ນະ​ຄອນ ໂຮ່​ຈິ​ມີນ ໂດຍ​ແນະ​ນຳ​ 130 ຕົ້ນ​ຊາ​ກຸ​ຣະ  ແລະ 10.000 ງ່າ​ດອກ​ໄມ້​. ກ່າວ​ຄຳ​ເຫັນ​ນະ​ພິ​ທີ​ໄຂ, ທ່ານ​ນາງ ຫງວຽນ​ທິ​ທູ, ຮອ​ງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ​່​ຈິ​ມີນ ໃຫ້​ຮູ້​ວ່າ: ງານ​ບຸນດອກ​ຊາ​ກຸ​ຣະ ແມ່ນ​ການ​ເຄື່ອ​ນ​ໄຫວ​ແທດ​ຈິງ ເພື່ອ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ທາງ​ການ​ທູດ, ການ​ຮ່ວມ​ມື ກ່ຽວ​ກັບ​ດ້ານ​ວັດ​ທະ​ນະ​ທຳ, ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ ເວົ້າ​ລວມ, ນະ​ຄອນ​ໂຮ່​ຈິ​ມີນ ແລະ ຍີ່​ປຸ່ນ ເວົ້າ​ສະ​ເພາະ. ທ່ານ IiJima Isao, ທີ່​ປຶກ​ສາ​ພິ​ເສດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ປາດ​ຖະ​ຫນາ​ວ່າ ຜ່ານ​ງານ​ບຸນນີ້ ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມີນ ແລະ ນັກ​ທ່ອງ​ທ່ຽວ ມີ​ໂອ​ກາດ​ໄດ້​ເຫັນ​ປະ​ຈັກ​ຕາ​ດອ​ກ​ຊາ​ກຸ​ຣະ​ຂອງ​ຍີ່​ປຸ່ນ. ໃນ​ຂອບ​ເຂດ​ງານ​ບຸນ​ຍັງ​ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ແນະ​ນຳ​ປະ​ເທດ​ຊາດ ແລະ ຊາວ​ຍີ່​ປ່ນ, ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ​ຍີ່​ປຸ່ນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ