ໄຂງານບຸນລະດູບານໃໝ່ປີມະເມຍ2014ຢູ່ນະຄອນຫຼວງຮ່າໂນ້ຍ

ໄຂງານບຸນລະດູບານໃໝ່ປີມະເມຍ2014ຢູ່ນະຄອນຫຼວງຮ່າໂນ້ຍ - ảnh 1
ພາບປະກອບ
(ຈາກ: Thanh Tùng-TTXVN)


(vovworld) – ວັນ​ທີ 16/1, ຢູ່ ຮ່າ​ໂນ້ຍ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ, ຄະນະ​ກຳມະການ​ປະຊາຊົນນະຄອນ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ພິທີ​ໄຂ​ງານ​ບຸນ​ລະດູບານ​ໃໝ່​ປີ​ມະ​ເມຍ 2014 ດ້ວຍ​ຫົວ​ຂໍ້ “ບັນດາ​ຂີດ​ໝາຍ​ປະຫວັດ​ຊາດ​​ໃນປີ​ມະ​ເມຍ”. ງານ​ບຸນ​ໄດ້​ຮັບ​ການຈັດ​ຕັ້ງ​ແຕ່​ວັນ​ທີ 16 – 23/1/2014, ຢູ່​ສູນ​ວາງສະ​ແດງ​ວັດທະນະທຳ​ສິລະ​ປະ ຫວຽດນາມ.

    ດ້ວຍ​ຫົວ​ຂໍ້​ວ່າ: “ບັນດາ​ຂີດ​ໝາຍ​ປະຫວັດ​ຊາດ​ປີ​ມະ​ເມຍ”, ວັນ​ບຸນ​ແມ່ນ​ບ່ອນ​ວາງສະ​ແດງ​ວັດຖຸ​ພັນ, ຮູບ​ພາບ, ຮູບ​ແຕ້ມ, ຮູບ​ປັ້ນ, ວີ​ດີ​ໂອ​ຕ່າງໆ​ເພື່ອ​ແນ​ໃສ່​ວາດ​ພາບ​​ເຖິງ​ສິ່ງ​ແວດ​ລ້ອມ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ທີ່​ເປັນມູນ​ເຊື້ອ​ຜ່ານຮູບ​ພາບ “​ໂຕ​ມ້າ” ​ໃນ​ຈິດ​​ໃຈ​ຂ​ອງຊາວ ຫວຽດນາມ, ງານ​ບຸນ​ທີ່​​ເປັນ​ມູນ​ເຊື້ອ ​ແລະ ປະຫວັດ​ສາດ​ທີ່​ອົງອາດ​ກະ​ຫານ​ຂອງປະ​ເທດ​. ງານ​ບຸນ​ລະດູບານ​ໃໝ່​ປີ​ມະ​ເມຍ 2014 ​ເພື່ອ​ແນ​ໃສ່​​ເຊີດ​ຊູ​ບັນດາ​ຄຸນຄ່າ, ຄວາມ​ງາມ​ວັດ​ທະນະ​ທຳ, ບຸນປີ​ໃໝ່​ປະຈຳ​ຊາດ, ສຶກສາ​ຄວາມ​ຮັກ​ຊາດ, ​ເຈດ​ຈຳນົງ​ອົງ​ອາດ​ກະ​ຫານ ​ແລະ ນັບຖື​ເສລີພາບ​ຂອງ​ຊາດ ຫວຽດນາມ, ພ້ອມ​ທັງ​ເຊີດ​ຊູ​ຄຸນຄ່າ​ມໍລະດົກວັດທະນະທຳ​ທີ່​ມີຮູບ​ຮ່າງ, ບໍ່ມີຮູບຮ່າງຂອງມວນມະນຸດ, ໃນນັ້ນພົ້ນເດັ່ນແມ່ນແນະນຳກ່ຽວກັບງານບຸນ ຢ໋ອງ ​ເຊິ່ງໄດ້ຮັບການຮັບຮອງຈາກ UNESCO ວ່າ​ແມ່ນ​ມໍລະດົກ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດ. ງານ​ບຸນ​ລະດູບານ​ໃໝ່​ຍັງ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເປີດ​ກ້ວາງ​ການຈຳໜ່າຍ​ໂຄສະນາ​ສິນ​ຄ້າ ຫວຽດນາມ ທີ່​ມີຄຸ​ນນະພາ​ບ, ​ໄດ້​ຮັບຄວາມ​ນິຍົມ​ຈາກ​ຜູ້​ອຸ​ປະ​ໂພ​ກ, ຕອບ​ສະໜອງ​ຂະ​ບວນການ “ຊາວ ຫວຽດນາມ ບຸລິມະສິດ​ນຳ​ໃຊ້​ສິນຄ້າ ຫວຽດນາມ” ຢ່າງ​ແທດ​ຈິງ.

 

ຂ່າວ/ບົດ​ອື່ນ