ໄຂງານບຸນວັດທະນະທຳຊົນເຜົ່າແລະພຸດທະສາສະໜາຢູ່ນະຄອນໂຮ່ຈີມິນ

ໄຂງານບຸນວັດທະນະທຳຊົນເຜົ່າແລະພຸດທະສາສະໜາຢູ່ນະຄອນໂຮ່ຈີມິນ - ảnh 1
ບັນ​ດາ​ຜູ້​ແທນ​ຕັດ​ແຖບ​ຜ້າ​ໄຂ​ງານ​ບຸນ​ພຸດ​ທະ​ສາ​ສະ​ໜາ
(ພາບ: Ngọc Xuân)

(vovworld) –  ​ງານ​ບຸນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ ແລະ ພຸດ​ທະ​ສາ​ສະ​ໜາ ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 8/2, ງານ​ບຸນໄດ້​ນຳ​ມາ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນວັດ​ທະ​ນະ​ທ​ຳ​ສິ​ລະ​ປະ​ເກື​ອບ 900 ຢ່າງ​ເຊິ່ງ​ລວມ​ມີ: ຈິດ​ຕະ​ກຳ, ​ຮ​ູບຖ່າຍ, ແ​ກະຄວັດ​ສະຫຼັກ, ວັດ​ຖຸ​ບູ​ຮານ, ບັນ​ດາ​ຮູບ​ແບບ​ປະ​ດັບປະ​ດາ ຂອງ​ 30 ​ກ່​ວາຄົນ. ຕາມພະ​ອາ​ຈານ ທິກ​ເຟືອກ​ຕ໋ຽນ, ຮອງ​ຫົວ​ໜ້າ​ຄະ​ນະ​ວັດ​ທະ​ນະ​ທຳ​ພຸດ​ທະ​ສາ​ສະ​ໜາ ນະ​ຄອນ ໂຮ່​ຈີ​ມິນ ແລ​້ວ, ດ້ວຍ​ຫົວ​ຂໍ້ “ລະ​ດູ​ບານ​ໃໝ່​ຢ​ູ່​ພາກ​ໃຕ້” ໄດ້​ສະ​ແດງ​​ໃຫ້​ເຫັນຄວາມ​ເອກ​ອ້າງ​ທ​ະ​ນົງ​ໃຈ​ຂອງ​ຊາດ​ໃນ​ປະ​ຫວັດ​ສາດ​ນັບ​ພັນ​ປີ, ງານ​ບຸນ​ໄດ້​ວາດ​ພາບ​ເຖິງ​​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ, ສ່ອງ​ແສງ​​ເຖິງລັກ​ສະ​ນະຫຼາຍ​ຮູບ​ແບບ​​ຂອງ​ວັດ​ທະ​ນະ​ທຳ ຫວຽດ​ນາມ. ງານ​ບຸນ “ລະ​ດູ​ບານ​ໃໝ່​ຢ​ູ່​ພາກ​ໃຕ້” ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 5/3/2015 (ກົງ​ກັບ​ວັນ​ເພັງ​ເດືອນ​ຈຽງ).


ຕອບກັບ

ຂ່າວ/ບົດ​ອື່ນ