ວັນທີ 28/1, ກົງກັບວັນທີ 6 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ, ຢູ່ຕາແສງເຮືອງເຊີນ, ເມືອງໝີ໋ດຶກ ນະຄອນຮ່າໂນ້ຍ ໄດ້ໄຂງານບຸນວັດເຮືອງ ລະດູບານໃໝ່ປີມະຮົງ 2012. ນີ້ແມ່ນ 1 ໃນບັນດາງານບຸນສາສະໜາພຸດໃຫ່ຍ ແລະແກ່ຍາວກ່ວາໝູ່ຢູ່ຫວຽດນາມ. ງານບຸນຈະເລີ່ມແຕ່ວັນທີ 28/1 ຮອດວັນທີ 30/4 ກົງກັບວັນທີ 10/4 ໄລ່ຕາມຈັນທະປະຕິທິນ. ພິທີໄຂງານບຸນວັດເຮືອງປີນີ້ ໄດ້ເລີ່ມ ຕົ້ນດ້ວຍບັນດາລາຍການຄື: ສະແດງສີລະປະ, ດົນຕີ, ຂັບກວານຫໍ້, ຟ້ອນສິງໂຕ……ຢ່າງຟົດຟຶ້ນມ່ວນຊື່ນ ຊື່ງໄດ້ດູດດືມໃຈແຂກທ່ອງທ່ຽວມາຈາກທຸກສາລະທິດ. ເພື່ອສ້າງເງື່ອນໄຂໃຫ້ແຂກທ່ອງທ່ຽວມາຢ້ຽມຊົມວັດເຮືອງ, ເມືອງໝີ໋ດຶກໄດ້ລົງທຶນຈຳນວນເງິນກ່ວາ 20 ຕື້ດົ່ງເພື່ອບູລະນະສ້ອມແປງ, ຍົກລະດັບເຂດທ່າເຮືອທຽນຈູ່, ຫ້ວຍອຽນ, ວັດທຽນຈູ່….ແລະຈັດການຟຶກອົບຮົມກ່ຽວກັບການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຫຼັກອະນາໄມຄວາມແອດໄພສະບຽງອາຫານ…ໃຫ້ແກ່ປະຊາຊົນ 6 ບ້ານຂອງຕາແສງເຮືອງເຊີນ.