ໄຂງານບຸນໜັງສືພິມລະດູບານໃໝ່ ປີ 2013
(ພາບ: ANTĐ)
(vovworld) - ຕອນເຊົ້າວັນທີ 29/1, ງານບຸນໜັງສືພິມລະດູບານໃໝ່ປີ 2013 ຖືກໄຂຂຶ້ນຢູ່ຫໍມິດຕະພາບ ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວວັດທະນະທຳໄດ້ຮັບການຈັດຕັ້ງປະຈຳປີ ເພື່ອແນໃສ່ແນະນຳຜົນງານການປ່ຽນແປງໃໝ່ຂອງປະເທດຊາດໃນທຸກໆຂົງເຂດຄື: ການເມືອງ, ເສດຖະກິດ, ສັງຄົມໃນໜັງສືພິມຍາມລະດູບານໃໝ່ສະບັບຕ່າງໆ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາອົງການສື່ມວນຊົນສູນກາງ ແລະ ນະຄອນຫຼວງ ຮ່າໂນ້ຍ ສະແດງການປ່ຽນໃໝ່ຂອງໜັງສືພິມລະດູບານໃໝ່ ທັງດ້ານເນື້ອໃນ ແລະ ການຈັດພິມ. ງານບຸນໜັງສືພິມລະດູບານໃໝ່ປີນີ້ໄດ້ວາງສະແດງສິ່ງພິມໜັງສືພິມທີ່ເປັນເອກະລັກຂອງບັນດາອົງການສື່ມວນຊົນສູນກາງ ແລະ ຮ່າໂນ້ຍ. ບັນດາສິ່ງພິມບໍ່ພຽງແຕ່ມີຄວາມງາມກ່ຽວກັບການຈັດພິມ, ອຸດົມສົມບຸນກ່ຽວກັບເນື້ອໃນເທົ່ານັ້ນ ຫາກຍັງສະແດງບົດບາດແມ່ນຊ່ອງຂໍ້ມູນຂ່າວສານທີ່ສຳຄັນ ໂຄສະນາເຜີຍແຜ່ບັນດາແຜນນະໂຍບາຍຂອງພັກ ແລະ ລັດ ມາຍັງຜູ້ຟັງ, ຜູ້ອ່ານ ເປັນຈຳນວນຫຼວງຫຼາຍອີກດ້ວຍ. ທ່ານ ເຈີນຢາທ໋າຍ, ຮອງປະທານສະມາຄົມນັກຂ່າວ ຫວຽດນາມ, ປະທານສະມາຄົມນັກຂ່າວນະຄອນຫຼວງ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ດ້ວຍຖານະເປັນຜູ້ຈັດຕັ້ງງານວາງສະແດງໜັງສືພິມລະດູບານໃໝ່, ພວກຂ້າພະເຈົ້າມີຄວາມປະຫຼາດໃຈທີ່ສຸດ ຍ້ອນໃນປີຜ່ານມາ, ຊີວິດເສດຖະກິດຂອງປະເທດຊາດ ແລະ ນະຄອນຫຼວງຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ວ່າ ໜັງສືພິມລະດູບານໃໝ່ປີນີ້ມີຄວາມເບັ່ງບານ ບັນດາອົງການສື່ມວນຊົນຂອງນະຄອນຫຼວງຮ່າໂນ້ຍ ກໍ່ຄືຂອງສູນກາງທີ່ມີສຳນັກງານຕັ້ງຢູ່ ຮ່າໂນ້ຍ ໄດ້ພະຍາຍາມຈົນສຸດຄວາມສາມາດຂອງຕົນ ນຳເອົາພະລັງຊີວິດໃໝ່ມາສູ່ງານບຸນໜັງສືພິມລະດູບານໃໝ່”