ໄຂງານພົບປະ ຫວຽດນາມ ຄັ້ງທີ 9
(ພາບ:.baodatviet.vn)
(vovworld)- ນັກວິທະຍາສາດສາກົນ 200 ທ່ານ, ໃນນັ້ນມີນັກວິທະຍາສາດ, ນັກບາດ 7 ທ່ານ ເຄີຍໄດ້ຮັບລາງວັນໂນແບນ ໄດ້ເຂົ້າຮ່ວມ ”ງານພົບປະຫວຽດນາມຄັ້ງທີ 9” ຢູ່ນະຄອນກຸຍເຍີນ ແຂວງບິງດິ້ງ. “ງານພົບປະຫວຽດນາມຄັ້ງທີ 9“ ຈະແກ່ຍາວແຕ່ວັນທີ 28/7 ຮອດວັນທີ 17/8. ນີ້ແມ່ນການເຄື່ອນໄຫວໂດຍອົງການພົບປະຫວຽດນາມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງສຶກສາ ແລະ ບຳລຸງສ້າງ, ກະຊວງການຕ່າງປະເທດຫວຽດນາມ ແລະ ຄະນະກຳມະການ ປຊຊ ແຂວງບິງດິ້ງ ສົມທົບກັນຈັດຕັ້ງຂຶ້ນ ໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນຮ່ວມມືຫວຽດນາມ-ຝະລັ່ງ ແລະ 20 ປີແຫ່ງວັນສ້າງຕັ້ງອົງການພົບປະຫວຽດນາມ. ໃນຂອບເຂດ ”ງານພົບປະຫວຽດນາມ ຄັ້ງທີ 9”, ຈະຈັດບັນດາກອງປະຊຸມວິທະຍາສາດສາກົນ, ບັນດາຊຸດຮຽນຫົວເລື່ອງສະເພາະ ແລະ ກອງປະຊຸມສຳມະນາ, ຊຸດຝຶກອົບຮົມຄັ້ງຕ່າງໆ…ໃນໂອກາດນີ້, ອົງການພົບປະຫວຽດນາມ ຈະເປີດສະຫຼອງສູນວິທະຍາສາດ ແລະ ການສຶກສາສາກົນລະຫວ່າງຂະແໜງຢູ່ນະຄອນກຸຍເຍີນ ແຂວງບິງດິ້ງ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ພັດທະນາການສຶກສາ ແລະ ຍົກສູງລະດັບຄວາມຮູ້ດ້ານວິທະຍາສາດຢູ່ຫວຽດນາມ.