ໄຂງານມະຫະກຳກິລາ ທົ່ວປະເທດຄັ້ງທີ 7 ປີ 2014
(ພາບ: xaluan.com)
(vovworld)– ງານມະຫະກຳກິລາທົ່ວປະເທດຄັ້ງທີ 7 ປີ 2014 ຖືກໄຂຂຶ້ນຢ່າງເປັນທາງການເມື່ອຕອນຄ່ຳວັນທີ 6/12 ຢູ່ແຂວງນາມດິ້ງ. ເປີດສາກພິທີໄຂແມ່ນລາຍການສະແດງສິລະປະວັດທະນະທຳແຂວງນາມດິ້ງ, ຖັດມາແມ່ນການເດີນຂະບວນຂອງພະນັກງານ, ພາລະກອນ, ນັກກິລາເກືອບ 20.000 ຄົນທີ່ມາຈາກ 65 ຄະນະນັກກິລາ. ຈຸດພົ້ນເດັ່ນຂອງພິທີໄຂແມ່ນການແຫ່ທວນໄຟ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮ່ວາງຕວນແອງ ລັດຖະມົນຕີວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຊີ້ແຈ້ງວ່າ:
“ສືບຕໍ່ຜົນສຳເລັດຂອງງານມະຫາກຳກິລາ 6 ຄັ້ງຜ່ານມາ, ງານມະຫາກຳກິລາທົ່ວປະເທດຄັ້ງທີ 7 ຖຶກຈັດຂຶ້ນເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງບັນດາຂັ້ນ, ຂະແໜງການ ແລະ ທົ່ວສັງຄົມກ່ຽວກັບບົດບາດ, ຄຸນປະໂຫຍດຂອງວຽກງານກິລາກາຍະກຳໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ສ້າງບາດກ້າວພັດທະນາກິລາກາຍະກຳຢ່າງແຮງຮອດປີ 2020“./.