ໄຂງານມະໂຫລານຟິມຮູບເງົາ ສາກົນຮ່າໂນ້ຍຄັ້ງທີ 2

ໄຂງານມະໂຫລານຟິມຮູບເງົາ ສາກົນຮ່າໂນ້ຍຄັ້ງທີ 2 - ảnh 1

ຜູ້ນຳກະ​ຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ຫວຽດນາມ

​ເຂົ້າຮ່ວມ​​ງານ​ມະ​ໂຫລານ​ຟິມຮູບ​ເງົາ​ສາກົນ​ຮ່າ​ໂນ້ຍຄັ້ງທີ 2

(ພາບ: sukienhay.com)

(VOV)-  ຕອນ​ຄ່ຳ​ວັນ​ທີ 25/11, ຢູ່​ຮ່າ​ໂນ້ຍ, ​ໄດ້​ໄຂ​ງານ​ມະ​ໂຫລານ​ຟິມຮູບ​ເງົາ​ສາກົນ​ຮ່າ​ໂນ້ຍຄັ້ງທີ 2 ດ້ວຍ​ຫົວ​ຂໍ້ “ຟິມຮູບ​ເງົາ​ອາຊີ-​ປາ​ຊີ​ຟິກ ​ເອກະ​ພາບ ​ແລະ ພັດທະນາ“ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ນັກ​ສິລະ​ປິນ, ນັກ​ຜະລິດ​ຟິມຮູບ​ເງົາ ​ແລະ ຜູ້​ແທນ​ເກືອບ 1000 ຄົນ​ທີ່ມາ​ຈາກ​ຫຼາຍ​ປະ​ເທດ​ໃນ​ໂລກ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຮ່ວາງ​ຕວນ​ແອ​ງ, ລັດຖະມົນຕີ​ກະ​ຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ຫວຽດນາມ ​ເນັ້ນໜັກ​ວ່າ, ງານ​ມະ​ໂຫລານ​ຟິມຮູບ​ເງົາ​ຄັ້ງນີ້ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ສິລະ​ປິນ, ນັກສະ​ແດງ​ຟິມຮູບ​ເງົາ​ຫວຽດນາມ ​ແລະ ຕ່າງປະ​ເທດເປີດ​ກ້ວາງ​ການ​ພົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ, ຮ່ຳຮຽນ​ເອົາ​ບົດຮຽນ, ປະກອບສ່ວນ​ພັດທະນາ​ສິລະ​ປະ​ຟິມຮູບ​ເງົາ​ຫວຽດນາມ, ພາ​ກພື້ນ ​ແລະ ສາກົນ​ໃນ​ໄລຍະ​ເຊື່ອມ​ໂຍງ ​ແລະ ພັດທະນາ:

   “​ເຂົ້າ​ຮ່ວມງານ​ມະ​ໂຫລານ​ຟິມຮູບ​ເງົາ​ຄັ້ງນີ້​ແມ່ນ​ບັນດາ​ຟິມຮູບ​ເງົາ​ເລື່ອງ​ທີ່ດີ​ເດັ່ນຂອງ 31 ປະ​ເທດ ​ແລະ ​ເຂດ​​ແຄ້ວ​ນໃນ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ ດ້ວຍ​ຟິມຮູບ​ເງົາ​ກ່ວາ 100 ​ເລື່ອງ, ​ໃນ​ນັ້ນຫວຽດນາມ ​ໄດ້​ເຂົ້າຮ່ວມ​ດ້ວຍຟິມຮູບ​ເງົາ​ປະ​ເພດ​ຕ່າງໆກ່ວາ 40 ​ເລື່ອງ​. ຫັວງວ່າ, ງານ​ມະ​ໂອ​ຫລານ​ຟິມຮູບ​ເງົາ​ຄັ້ງນີ້ ຈະ​ແນະນຳ​ໃຫ້​ຜູ້​ຊົມ​ບັນດາ​ຄຸນຄ່າ​ດ້ານ​ສິລະ​ປະ ​ແລະ ລັກສະນະ​ວັດທະນະທຳ​ມະນຸດ​ອັນ​ເລິກ​ເຊິ່ງ“

ຂ່າວ/ບົດ​ອື່ນ