(vovworld) - ງານວາງສະແດງພາບແຕ້ມຍຸກປະຈຸບັນຫວຽດນາມ ຫາກໍໄຂຂຶ້ນຢູ່ນະຄອນ Kuala Lumpur, ປະເທດມາເລເຊຍ. ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳມາເລເຊຍ Nguyen Hong Thao ໃຫ້ຮູ້ວ່າ ງານວາງສະແດງພາບແຕ້ມໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ ມາເລເຊຍ ນີ້ໄດ້ໂຄສະນາໃຫ້ປະຊາຊົນມາເລເຊຍ ແລະ ເພື່ອນມິດສາກົນຮູ້ຈັກເຖິງບັນດາຈຸດເປັນເອກະລັກສະເພາະຂອງສິລະປະຍຸກປະຈຸບັນຫວຽດນາມ, ຊ່ວຍໃຫ້ເຂົາເຈົ້າເຂົ້າໃຈແຈ້ງກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມກວ່າອີກ ຜ່ານບັນດາພາບແຕ້ມທີ່ມີຊີວິດຊີວາ, ມີຫົວຄິດປະດິດສ້າງ. ທ່ານ Nguyen Hong Thao ໄດ້ສະແດງຄວາມເຊື້ອໝັ້ນວ່າ ງານວາງສະແດງຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດຍິ່ງກວ່າອີກ ພິເສດແມ່ນໃນຂົງເຂດວັດທະນະທຳ ແລະ ທ່ອງທ່ຽວໃນອະນາຄົດ. ງານວາງສະແດງພາບແຕ້ມຍຸກປະຈຸບັນຫວຽດນາມ ແມ່ນເຫດການທຳອິດນອນໃນຂອບເຂດບັນດາການເຄື່ອນໄຫວຂອງສະຖານທູດ ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ - ມາເລເຊຍ ໃນປີ 2013. ໂດຍສືບຕໍ່ງານວາງສະແດງຄັ້ງນີ້, ສະຖານທູດຫວຽດນາມ ຈະຈັດຕັ້ງບັນດາລາຍການສະແດງສິລະປະໂດຍຄະນະສິລະປະກອນພາຍໃນປະເທດໄປສະແດງ ເພື່ອຮັບໃຊ້ຊາວຫວຽດນາມ ອາໄສຢູ່ມາເລເຊຍ, ຄົນງານຫວຽດນາມ ແລະ ປະຊາຊົນມາເລເຊຍ ຢູ່ລັດ Penang ແລະ ລັດ Kedah ໃນອະທິດຈະມາເຖິງ.