ໄຂງານວາງສະແດງສາກົນກ່ຽວກັບຜະລິດຕະພັນ,ການບໍລິການໂທລະຄົມ
(ງານວາງສະແດງສາກົນກ່ຽວກັບຜະລິດຕະພັນ,ການບໍລິການໂທລະຄົມ)
(vovworld) - ຕອນເຊົ້າວັນທີ 20/07, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ໄຂງານວາງສະແດງສາກົນກ່ຽວກັບຜະລິດຕະພັນ, ການບໍລິການໂທລະຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມ. ເຂົ້າຮ່ວມງານວາງສະແດງຄັ້ງນີ້ມີວິສາຫະກິດເກືອບ 150 ແຫ່ງທີ່ມາຈາກບັນດາປະເທດ ແລະ ເຂດແຂ້ວນໃນໂລກຄື: ຍີ່ປຸ່ນ, ສ.ເກົາຫຼີ, ສິງກະໂປ, ໄທ, ອາເມລິກາ, ຫວຽດນາມ… ງານວາງສະແດງໄດ້ວາງສະແດງຕາມຫົວເລື່ອງສະເພາະຄື: ການບໍລິການສະໜອງ ແລະ ຂຸດຄົ້ນໃນໂທລະສັບມືຖື ແລະ ອີນເຕີແນັດ; ເຄື່ອງໃຊ້ອີນເຕີແນັດ ແລະ ເຄື່ອນທີ; ການບໍລິການຄຸ້ມຄອງ, ກະຈາຍສຽງ - ໂທລະພາບ…
ງານວາງສະແດງຖືກດຳເນີນຢູ່ສູນວາງສະແດງສາກົນ ICE, ແຕ່ວັນທີ 20 – 22/07.