ໄຂງານວາງສະແດງ“ອາຊຽນ-ສີສັນວັດທະນະທຳ”

ໄຂງານວາງສະແດງ“ອາຊຽນ-ສີສັນວັດທະນະທຳ” - ảnh 1
ຜູ້ຕາງໜ້າບັນດາປະເທດອາຊຽນ
(ພາບ: ຮ່າເຟືອງ)

(vovworld) - ຕອນ​ເຊົ້າ​ວັນ​ທີ 03/08 ຢູ່ ຮ່າ​ໂນ້ຍ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ສົມທົບ​ກັບ​ສະ​ພະ​ພັນ​ແມ່ຍິງ ຫວຽດນາມ ຈັດ​ຕັ້ງ​ລາຍການ​ພົບ​ປະ​ແລກປ່ຽນ ​ແລະ ​ໄຂ​ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂໍ້​ວ່າ: “ອາ​ຊຽນ - ສີສັນ​ວັດທະນະທຳ” ​ເນື່ອງ​ໃນ​ໂອກາດ 49 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ອາ​ຊຽນ (08/08/1967 – 08/08/2016) ​ແລະ 1 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກຸ່ມ​ແມ່ຍິງ​ປະຊາ​ຄົມ ອາ​ຊຽນ ຢູ່ ຮ່າ​ໂນ້ຍ. ລາຍການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ, ​ຄວາມ​ເຂົ້າ​ອົກເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ແມ່ຍິງ​ໃນ​ກຸ່ມ ອາ​ຊຽນ, ຊຸກຍູ້​ບົດບາດ​ຂອງ​ບັນດາ​ອົງການ​​ແມ່ຍິງ​ຢູ່​ແຕ່ລະ​ປະ​ເທດ ກໍ່​ຄື​ປະຊາ​ຄົມ​ລວມ ອາ​ຊຽນ. ທ່ານ​ນາງ ບູຍທິຮ່ວາ ຮອງ​ປະທານ​ສະຫະພັນ​ແມ່ຍິງ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ມີ​ບັນດາ​ການ​ເຄື່ອ​ນ​ໄຫວ ​ເພື່ອ​ເຊື່ອມ​ຕໍ່​ກັບ​ບັນດາ​ອົງການ​ຈັດ​ຕັ້ງແມ່ຍິງ​ຢູ່​ບັນດາ​ປະ​ເທດອື່ນໆ ​ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາ​ຍບົດບາດ​ຂອງ​ແມ່​ຍິງ ຫວຽດນາມ ຢູ່​ບັນດາ​ປະ​ເທດ​ນັ້ນ; ພ້ອມທັງ, ກໍ່​ແນະນຳ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ແມ່ຍິງ ຫວຽດນາມ ກັບ​ບັນດາ​ປະ​ເທດ. ຜ່ານ​ນັ້ນ, ມີ​ເພື່ອນມິດສາ​ກົນ​, ບົດຮຽນ​ຫລາຍຢ່າງຕື່ມ​ອີກ ​ເພື່ອ​ພັດທະນາ, ຊຸກຍູ້​ການ​ເຄື່ອນ​ໄຫວ​ຂອງ​ແມ່ຍິງ ຫວຽດນາມ. ”

ຂ່າວ/ບົດ​ອື່ນ