ໄຂງານ Festival ຊາວໜຸ່ມຊົນນະບົດນະຄອນ

ໄຂງານ Festival ຊາວໜຸ່ມຊົນນະບົດນະຄອນ - ảnh 1
ທ່ານ Tran Xuan Viet ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະ​ຄອນ​ຮ່າ​ໂນ້ຍ
( ພາບ: qdnd.vn )

( vovworld ) – ຕອນ​ຄໍ່າ​ວັນ​ທີ 24/3, Festival ຊາວ​ໜຸ່ມ​ຊົນນະບົດ​ນະຄອນຄັ້ງ​ທີ 2 ​ໄດ້ໄຂ​ຂື້ນ​ຢູ່​ຮ່າ​ໂນ້ຍ. ​ຜູ້ຕາງ​ໜ້າການ​ນຳ​ນະຄອນ ພ້ອມ​ກັບສະມາຊິກຊ່າວ​ໜຸ່ມ​ທີ່​ມາ​ຈາກ​ຄະນະ​ຊາວ​ໜຸ່ມ​ເມືອງ ນະຄອນ​ຮ່າ​ໂນ້ຍ​ ​ເຂົ້າ​ຮ່ວມເປັນ​ຈຳນວນ​ຫຼາຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Tran Xuan Viet ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະ​ຄອນ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ.

“ ຄະນະ​ຊາວ​ໜຸ່ມ​ພັກ​ກອມ​ມູນິດ​ໂຮ່ຈິ​ມິນນະຄອນ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ທີ່​ຜ່ານ​ມາ, ແນະນຳ, ຊ່ວຍ​ເຫຼືອເປັນ​ປະຈຳ, ສ້າງ​ເງື່ອນ​ໄຂ​ສະດວກໃຫ້​ແກ່​ຊາວ​ໜຸ່ມ​ຊົນນະບົດ​ກ່ຽວ​ກັບ​ການ​ບຳລຸງ​ວິຊາ​ຊີບ, ຈັດ​ຕັ້ງ​ບັນດາ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເປັນ​ຢ່າງ​ດີ, ຖື​ກິດຈະການ​ກໍ່​ສ້າງຊົນນະບົດ​ໃໝ່​ທັງ​ເປັນ​ຈຸດໝາຍ ທັງ​ເປັນຄວາມ​ຮຽກຮ້ອງ​ຕ້ອງການຂອງ​ການ​ພັດທະນາ​ຢ່າງ​ໝັ້ນ​ຄົງ, ທັງ​ເປັນ​ໜ້າ​ທີ່​ອັນຮີ​ບດ່ວນ ​ແລະ ​ແມ່ນ​​ແຜນນະ​ໂຍບາຍຍຸດ​ທະ​ສາດ​ທີ່​ສຳຄັນ​ໃນ​ພາ​ລະ​ກິດ​ສ້າງ​ສານະຄອນ​ໃຫ້ຮັ່ງມີ, ສວຍ​ງານ, ສີວິ​ໄລ ​ແລະ ທັນ​ສະ​ໄໝ”.
ຂ່າວ/ບົດ​ອື່ນ