ໄຂຊຸມວັນວັດທະນາທຳຫວຽດນາມຢູ່ອາເມລິກາ
ຊຸມວັນວັດທະນາທຳຫວຽດນາມຢູ່ອາເມລິກາ
(ພາບ: vietnamnet.vn)
(vovworld) - ວັນທີ 08/08, “ຊຸມວັນວັດທະນາທຳຫວຽດນາມຢູ່ອາເມລິກາ” ຖືກໄຂຂຶ້ນຢູ່ສູນສະແດງສິລະປະ Kennedy. ນີ້ແມ່ນເຫດການພິເສດເພື່ອແນໃສ່ສະເຫຼີມສະຫຼອງ 20 ປິແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ອາເມລິກາ (1995 - 2015). ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີວ່າການກະຊວງວັດທະນະທຳ, ກະລາ ແລະ ທ່ອງທ່ຽວຫວຽດນາມ ຮ່ວາງຕ໋ວນແອງ ໃຫ້ຮູ້ວ່າ: ຊຸມວັນວັດທະນາທຳຫວຽດນາມຢູ່ອາເມລິກາ ແມ່ນຂອງຂວັນມີຄຸນຄ່າດ້ານວັດທະນະທຳທີ່ເປັນເອກະລັກສະເພາະ ເຊິ່ງບັນດານັກສິລະປິນ ແລະ ປະຊາຊົນ ຫວຽດນາມ ຢາກສະຫງວນໃຫ້ປະຊາຊົນອາເມລິກາ ດ້ວຍສາທີ່ວ່າ ຫວຽດນາມ ແມ່ນປະເທດທີ່ສວຍງາມ. ໃນຂະນະນັ້ນ, ທ່ານນາງຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ Mara Tekach ຕີລາຄາວ່າ, ເຫດການນີ້ໄດ້ສະແດງໃຫ້ເຫັນການພົວພັນ 2 ຝ່າຍໄດ້ພັດທະນາຢ່າງໄວ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດກ່ອນນີ້ 20 ປີ. ທ່ານນາງ Mara Tekach ໃຫ້ຮູ້ຕື່ມອີກວ່າ, ປະຊາຄົມຊາວຫວຽດນາມ ອາໄສຢູ່ອາເມລິກາ ພວມປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະ ຊຸກຍູ້ຄວາມເຂົ້າອົກເຂົ້າໃຈທາງດ້ານວັດທະນະທຳລະຫວ່າງ 2 ຝ່າຍ.
“ຊຸມວັນວັດທະນາທຳຫວຽດນາມຢູ່ອາເມລິກາ” ຖືກດຳເນີນໄປແຕ່ວັນທີ 08 – 12/08 ຢູ່ນະຄອນຫຼວງວໍຊິງຕັນ ແລະ ນະຄອນນິວຢອກ.