(vovworld) - ສະຖານກົງສູນໃຫຍ່ ຍີ່ປຸ່ນ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີໄຂປີມິດຕະພາບ ຍີ່ປຸ່ນ - ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຍີ່ປຸ່ນ - ຫວຽດນາມ ເມື່ອຕອນຄຳ່ວັນທີ 27/2. ກ່າວຄຳເຫັນນະພິທີໄຂ, ທ່ານ ເລແມ້ງຮ່າ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ: ພິທີໄຂປີມິດຕະພາບ ຫວຽດນາມ - ຍີ່ປຸ່ນ ມີຄວາມໝາຍສຳຄັນ, ເປັນຂີດໝາຍແຫ່ງໄລຍະເລີ່ມຕົ້ນໃຫ້ແກ່ບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ສີລະປະ ... ທີ່ອຸດົມສົມບຸນ ຊຶ່ງຈະຈັດຕັ້ງຂຶ້ນຢູ່ນະຄອນ ໂຮ່ຈີມິນ. ທ່ານ ເລແມ້ງຮ່າ ຊີ້ແຈງວ່າ:
“ຄຽງຂ້າງເຈດຈຳນົງ, ຄວາມຕັດສິນໃຈຂອງການນຳ 2 ປະເທດ, ບັນດາຈຸດຄ້າຍຄືກັນ ທາງດ້ານວັດທະນະທຳ ໄດ້ຊ່ວຍໃຫ້ 2 ປະເທດໃກ້ຊິດ, ເຫັນອົກເຫັນໃຈກັນກ່ວາ. ຍາມໃດ ປະຊາຊົນ ຫວຽດນາມ ກໍ່ນິຍົມຊົມຊອບນ້ຳໃຈບໍ່ຍອມຈຳນົງຂອງປະຊາຊົນ ຍີ່ປຸ່ນ. ເລື່ອງພ້ອມກັນຜ່ານຜ່າບັນດາຄວາມຫຍຸ້ງຍາກ, ຄວາມລຳບາກກາກກຳ ໄດ້ຊ່ວຍຮັດແໜ້ນນ້ຳໃຈ, ການພົວພັນລະຫວ່າງ 2 ປະເທດ. ຂ້າພະເຈົ້າເຊື່ອໝັ້ນວ່າ: ປີມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຈະໄດ້ຮັບຜົນສຳເລັດຢ່າງຈົບງາມ, ການພົວພັນຄູ່ຮ່ວມມືຍຸດທະສາດ ກັບ ຫວຽດນາມ, ໃນນັ້ນມີການພົວພັນຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ກັບ ຍີ່ປຸ່ນ ຈະພັດທະນາຢ່າງບໍ່ຢຸດຢັ້ງ”
ໃນຊຸມປີຜ່ານມາ, ການນຳຂັ້ນສູງ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ຮັກສາການຢ້ຽມຢາມ ແລະ ການພົບປະຄັ້ງຕ່າງໆ ເປັນປະຈຳ. ກ່ຽວກັບດ້ານການຄ້າ, ປະຈຸບັນ, ຍີ່ປຸ່ນ ແມ່ນຄູ່ຮ່ວມມືໃຫຍ່ອັນດັບ 3 ຂອງ ຫວຽດນາມ ແລະ ຍື່ນອັນດັບ 1 ໃນບັນດາປະເທດ ແລະ ເຂດແຄ້ວນ ທີ່ລົງທຶນເຂົ້າ ຫວຽດນາມ.