(vovworld)-ຕອນຄ່ຳວັນທີ 27/1, ຢູ່ ນະຄອນຫລວງ Berlin ປະເທດເຢຍລະມັນ, ສະຖານທູດຫວຽດນາມ ປະຈຳເຢຍລະມັນໄດ້ໄຂປີສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ເຢຍລະມັນ. ກ່າວຄຳເຫັນນະພິທີ, ທ່ານ ຫງວຽນທິຮວ່າງແອງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳເຢຍລະມັນ ເນັ້ນຫນັກເຖິງສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ເຢຍລະມັນ ໄດ້ພັດທະນາກະໂດດຂັ້ນ ດ້ວຍບັນດາການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງໄດ້ກາຍເປັນເຫດການປະຈຳປີ. ທ່ານນາງເອກອັກຄະລັດຖະທູດ ຖືວ່າ: ການຢ້ຽມຢາມ ຫວຽດນາມ ຈະມາເຖິງຂອງທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Frank Walter Steinmeier ແລະ ປະທານສະພາແຫ່ງຊາດ Norbert Lammert ຈະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ຍິ່ງເລິກເຊິ່ງຂຶ້ນຕື່ມ.