ໄຂລະດູທ່ອງທ່ຽວທະເລ ເກືອລໍ່ ປີ 2014

ໄຂລະດູທ່ອງທ່ຽວທະເລ ເກືອລໍ່ ປີ 2014 - ảnh 1
ໄຂ​ງານ​ບຸນ​ທ່ອງ​ທ່ຽວ​ເກືອ​ລໍ່
(ພາບ: baonghean.vn)


(vovworld) - ຕອນ​ຄໍ່າ​ວັນ​ທີ 30/04, ​ຢູ່​ເທດສະບານ​ເກືອ​ລໍ່, ​ແຂວງ​ເງັ້ອານ ​ໄດ້​ຈັດ​ພິທີ​ໄຂ​ງານ​ບຸນ​ທ່ອງ​ທ່ຽວ​ເກືອ​ລໍ່, ​ເປີດ​ສາກ​ໃຫ້​ລະ​ດູ​ທ່ອງ​ທ່ຽວ​ປີ 2014. ​ເຂົ້າ​ຮ່ວມ ​ແລະ ລັ່ນ​ກອງ​ໄຂ​ງານ​ບຸນ​ມີ​ທ່ານ​ນາງ ຫງວຽນ​ທິກິມ​ເງີ​ນ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ; ການ​ນຳ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ​ຂັ້ນສູນ​ກາງ, ​ແຂວງ​ເງັ້ອານ ​ແລະ ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

        ​ເກືອ​ລໍ່​ແມ່ນ ​ເຂດ​ຕົວ​ເມືອງ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ ​ເຊິ່ງທ່ານ​ນາຍົກລັດຖະມົນຕີ ຕົກລົງ​ທົດ​ລອງ ​ແລະ ກໍ່ສ້າງ​ເປັນ​ເຂດ​ຕົວ​ເມືອງ​ທ່ອງ​ທ່ຽວ​ທະ​ເລ. ​ໃນ​ປີທ່ອງ​ທ່ຽວ 2014, ຢູ່​ເທດ​ສະບາ​ນ​ເກືອ​ລໍ່ ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ, ກິລາ​ທີ່​ຟົດ​ຟື້ນ​ຫຼາຍ​ຢ່າງ, ​ເພື່ອ​ດຶງ​ດູດ​ແຂກ​ທ່ອ​ງທ່ຽວ​ມາ​ຢ້ຽມຢາມ.

ຂ່າວ/ບົດ​ອື່ນ