ວັນບຸນ“ຂ້າພະເຈົ້າຮັກປະເທດຊາດ“ຢູ່ນະຄອນໂຮ່ຈີມິນ
(ພາບ:tuoitre.vn)
(vovworld) - ວັນທີ 29/8, ວັນບຸນ “ຂ້າພະເຈົ້າຮັກປະເທດຊາດ“ ໄດ້ໄຂຂຶ້ນຢູ່ນະຄອນໂຮ່ຈີມິນ, ດ້ວຍການເຄື່ອນໄຫວອັນຟົດຟື້ນ ແລະ ມີຄວາມໝາຍຫຼາຍຢ່າງ. ຈຸດພົ້ນເດັ່ນຂອງງານບຸນ ແມ່ນການສະແດງຂອງເພື່ອນໜຸ່ມ 2000 ຄົນ ຕາມທຳນອງເພງ “ມາຫາຊາວຫວຽດນາມ“. ພ້ອມນັ້ນ, ເວທີປາໄສ“ຂ້າພະເຈົ້າຮັກປະເທດຊາດ“ ກໍ່ຖືກຈັດຂຶ້ນໂດຍກົງທາງເຄືອຂ່າຍອິນເຕີແນດ. ອ້າຍ ຟ້າມຮັ່ງເຊີນ, ປະທານສະຫະພັນຊາວໜຸ່ມນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ໄວໜຸ່ມນະຄອນມີການເຄື່ອນໄຫວຫຼາຍຢ່າງ, ທັງສຶກສາມູນເຊື້ອຂອງຊາດ, ທັງສ້າງຄວາມຮັກຕໍ່ປະເທດຊາດໃນໝູ່ຊາວໜຸ່ມ. “ຂ້າພະເຈົ້າຮັກປະເທດຊາດ“ ກໍ່ແມ່ນເນື້ອໃນສຳຄັນ ເຊິ່ງຂະບວນການຂອງສູນກາງສະຫະພັນຊາວໜຸ່ມໄດ້ປຸກລະດົມ, ນັ້ນແມ່ນປຸກລຸກນຳ້ໃຈຮັກຊາດໃນໝູ່ຊ່າວໜຸ່ມ, ຈາກນັ້ນຈະຊ່ວຍພວກເພື່ອນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບບົດບາດ, ຄວາມຮັບຜິດຊອບຂອງຕົນທີ່ມີຕໍ່ນະຄອນ, ຕໍ່ປະເທດຊາດໃນໄລຍະຈະມາເຖິງ“.