ໄຂວາລະປະຊຸມຄັ້ງທີ 17 ຂອງຄະນະປະຈຳສະພາ ແຫ່ງຊາດຫວຽດນາມ

ໄຂວາລະປະຊຸມຄັ້ງທີ 17 ຂອງຄະນະປະຈຳສະພາ ແຫ່ງຊາດຫວຽດນາມ - ảnh 1

(ພາບ: vov.vn)

(vovworld)- ຕອນເຊົ້າ​ວັນ​ທີ 9/4, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນຊິງຮຸ່ງ ຄະນະປະຈຳສະພາ ແຫ່ງຊາດຫວຽດນາມ ​ໄດ້​ໄຂ​ວາລະ​ປະຊຸມ​ຄັ້ງທີ 17. ກ່າວ​ຄຳ​ເຫັນ​ໄຂ​ວາລະ​ປະຊຸມ, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນຊິງຮຸ່ງ ​ເນັ້ນໜັກ​ວ່າ: ທີ່​ວາລະ​ປະຊຸມ​ຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ຊື່​ງ​ໄດ້​ຮັບ​ເອົາ, ປັບປຸງ​ໃນ​ເບື້ອງ​ຕົ້ນພາຍຫຼັງ​ດຳ​ເນີນ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ເປັນ​ເວລາ 3 ​ເດືອນ. ຄຽງ​ຄູ່ກັນນັ້ນ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ 9 ສະບັບ, ​ໃນ​ນັ້ນມີ​ຮ່າງ​ກົດໝາຍ​ສຳຄັນ​ຄື: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບປັບປຸງ), ກົດໝາຍ​ປັບປຸງ ​ເພີ່ມ​ເຕີ່​ມບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ລາຍ​ຮັບ​ວິ​ສາ​ຫະກິດ….ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນຊິງຮຸ່ງ ຊີ້​ແຈງ​ວ່າ:

   “ທຸກໆ​ເນື້ອ​ໃນ​ນີ້​ລ້ວນ​ແຕ່​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​ແກ່​ສະ​ໄໝ​ປະຊຸມ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ​ເມື່ອ​ໄດ້​ກະກຽມ​ຢ່າ​ງລອບ​ຄອບຖີ່​ຖ້ວນ​ແລ້ວ ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສະ​ໄໝ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດປະສົບ​ຜົນສຳ​ເລັດ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ, ຄວາມ​ມຸ້ງ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​​ແລ​ະ ປະຊາຊົນ.

ຂ່າວ/ບົດ​ອື່ນ