ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
|
(vovworld) - ວາລະປະຊຸມຄົບຄະນະຄັ້ງທີ 6 ກຳມາທິການກ່ຽວກັບບັນດາບັນຫາສັງຄົມຂອງສະພາແຫ່ງຊາດໄດ້ໄຂຂຶ້ນໃນວັນທີ 27/4, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາງ ຫງວຽນທູ໋ຍແອງ, ຫົວໜ້າກຳມາທິການ, ໃຫ້ຮູ້ວ່າ, ວາລະປະຊຸມດຳເນີນໃນວັນທີ 27 ແລະ 28/4, ບັນດາສະມາຊິກສະພາແຫ່ງຊາດໃຫ້ຄວາມເຫັນ ແລະ ຕີລາຄາຜົນກະທົບຂອງບັນດານະໂຍບາຍໃຫຍ່ກ່ຽວກັບຄົນງານ - ທະຫານເສຍອົງຄະ - ສັງຄົມ ແລະ ສາທາລະນະສຸກ. ໃນນັ້ນກຳມາທິການກວດກາບົດລາຍງານຂອງລັດຖະບານກ່ຽວກັບສະພາບປະຕິບັດນະໂຍບາຍ, ລະບອບປະກັນສັງຄົມ, ການຄຸ້ມຄອງ ແລະ ນຳໃຊ້ກອງທຶນປະກັນສັງຄົມປີ 2016 ແລະ ບົດລາຍງານກ່ຽວກັບການປະຕິບັຄາດໝາຍແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍປີ 2016; ກວດກາໃບສະເໜີຂອງລັດຖະບານກ່ຽວກັບການປັບປຸງລາຍການສ້າງກົດໝາຍ, ລັດຖະບັນຍັດປີ 2017 ແລະ ສະເໜີລາຍການສ້າງກົດໝາຍລັດຖະບັນຍັດປີ 2018 ແມ່ນຂຶ້ນກັບຂົງເຂດກຳມາທິການຮັບຜິດຊອບ, ພ້ອມກັບບັນດາເນື້ອໃນອື່ນໆອີກ.
ພາຍຫຼັງວາລະໄຂ, ບັນດາສະມາຊິກ ກຳມາທິການກ່ຽວກັບບັນດາບັນຫາສັງຄົມ ໄດ້ປຶກສາຫາລື, ປະກອບຄວາມເຫັນໃສ່ບົດລາຍງານກ່ຽວກັບສະພາບການປະຕິບັດນະໂຍບາຍ, ລະບອບປະກັນສັງຄົມ, ການຄຸ້ມຄອງ ແລະ ນຳໃຊ້ກອງທຶນປະກັນສັງຄົມປີ 2016.