ໄຂວາລະປະຊຸມຄົບຄະນະຄັ້ງທີ17ຂອງກຳມາທິການກົດໝາຍຂອງສະພາແຫ່ງຊາດ
ກອງປະຊຸມຄົບຄະນະຄັ້ງທີ 17
(vovworld) – ໂດຍກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 8 ຈະມາເຖິງຂອງສະພາແຫ່ງຊາດ ແລະ ກອງປະຊຸມປະຈຳເດືອນ 9 ຂອງຄະນະປະຈຳສະພາແຫ່ງຊາດ, ຕອນເຊົ້າວັນທີ 15/9, ຢູ່ນະຄອນ ໂຮ່ຈີມິນ, ກຳມາທິການກົດໝາຍ ໄດ້ໄຂກອງປະຊຸມຄົບຄະນະຄັ້ງທີ 17. ວາລະປະຊຸມເຮັດວຽກຮອດວັນທີ 18/9 ແລະ ຈະດຳເນີນການກວດກາຮ່າງກົດໝາຍສະບັບຕ່າງໆຄື: ປະມວນກົດໝາຍແພ່ງ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖີ່ນ, ກົດໝາຍວ່າດ້ວຍແນວໂຮມປະເທດຊາດ ຫວຽດນາມ (ສະບັບປັບປຸງ)... ໃນວາລະປະຊຸມເມື່ອຕອນເຊົ້າວັນທີ 15/9, ບັນດາຜູ້ແທນເຂົ້າຮ່ວມໄດ້ປະກອບຄຳເຫັນໃສ່ປະມວນກົດໝາຍແພ່ງ (ສະບັບປັບປຸງ).