ໄຂສັບປະດາທ່ອງທ່ຽວມ້ອງກ້າຍ 2015


 ໄຂສັບປະດາທ່ອງທ່ຽວມ້ອງກ້າຍ 2015 - ảnh 1
ພິ​ທີ​ປຸກ​ລະ​ດົມສັບ​ປະ​ດາ​ທ່ອງ​ທ່ຽວ​ມ້ອງ​ກ້າຍ 2015

(vovworld)- ຕອນ​ເຊົ້າ​ວັນ​ທີ 28/4 ຢູ່​ນະ​ຄອນ​ມ້ອງ​ກ້າຍ, ແຂວງ ກວາງ​ນິງ ໄດ້​ໄຂ​ສັບ​ປະ​ດາ​ທ່ອງ​ທ່ຽວ​ມ້ອງ​ກ້າຍ 2015 . ​ສັບ​ປະ​ດາ​ທ່ອງ​ທ່ຽວ​ມ້ອງ​ກ້າຍ 2015 ຖືກ​ຈັດ​ຂຶ້ນ​ເພື່ອ​ຈຸດ​ປະ​ສົງ​ໂຄ​ສະ​ນາ​ຮູບ​ພາບ​ກ່ຽວ​ກັບ​ເຂດ​ດິນ, ປະ​ຊາ​ຊົນ, ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ຂອງ​ນະ​ຄອນ. ທ່ານ​ນາງ​ຝ້າມ​ທິ​ແອງ ຮອງ​ຫົວ​ໜ້າພະ​ແນກວັດ​ທະ​ນະ​ທຳ ກິ​ລາ ມ້ອງ​ກ້າຍ ໃຫ້​ຮູ້​ວ່າ :

   “ ພວກ​ຂ້າ​ພະ​ເຈົ້າ​ສືບ​ຕໍ່​ສ້າງ​ເຄື່ອງ​ໝາຍ​ການ​ທ່ອງ​ທ່ຽວ ມ້ອງ​ກ້າຍ ຕິດ​ພັນ​ກັບ​ຄຳ​ຂວັນ​ທີ່​ວ່າ : ສະ​ໜິດ​ສະ​ໜົມ, ໄວ້​ເນືຶ້ອ​ເຊື່ອ​ໃຈ ແລະ ສະ​ດວກ​ສະ​ບາຍ . ພ້ອມ​ກັນ​ນັ້ນ ກໍ​ສຸມ​ໃສ່​ຄຸ້ມ​ຄອງ, ຂຸດ​ຄົ້ນ 3 ສາຍ​ທ່ອງ​ທ່ຽວ, 12 ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ​ນະ​ຄອນ, ກໍ​ຄື​ຂະ​ຫຍາຍ​ບັນ​ດາ​ໂຮງ​ແຮມ, ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ຂອງ​ນະ​ຄອນ ເພື່ອ​ຮັບ​ປະ​ກັນ​ແຜນ​ຮ່າງ​ຊຶ່ງ​ນະ​ຄອນ​ໄດ້​ເຊັນ​ອະ​ນຸ​ມັດ”  

 

ຂ່າວ/ບົດ​ອື່ນ