ໄຂສັບປະດາຮູບເງົາເອີລົບ2016ຢູ່ຮ່າໂນ້ຍ
(ພາບປະກອບ: sovhtt.hanoi)
(vovworld) - ໃນຂອບເຂດບັນດາຊຸມມື້ເອີລົບ, ຕອນຄ່ຳວັນທີ 13/05, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະຫະພາບເອີລົບ ແລະ ສະຖານທູດ 13 ປະເທດສະມາຊິກ ໄດ້ສົມທົບກັນໄຂງານມະໂຫລານຮູບເງົາເອີລົບ ຄັ້ງທີ 17. ເຫດການຖືກດຳເນີນເປັນເວລາ 3 ວັນຢູ່ນະຄອນຮ່າໂນ້ຍ, ດ່ານັ້ງ ແລະ ນະຄອນໂຮ່ຈິມິນ. ນີ້ແມ່ນໂອກາດເພື່ອຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ, ພິເສດແມ່ນໂຄສະນາມູນເຊື້ອຮູບເງົາທີ່ອຸດົມສົມບູນຂອງບັນດາປະເທດເອີລົບ ໃຫ້ໃກ້ຊິດຕິດແທດກັບສາທາລະນະຊົນຫວຽດນາມ ກວ່າ.