ໄຂສະໄໝປະຊຸມທີ 5 ສະພາທິດສະດີສູນກາງ

ໄຂສະໄໝປະຊຸມທີ 5 ສະພາທິດສະດີສູນກາງ - ảnh 1
ໄຂສະໄໝປະຊຸມທີ 5 ສະພາທິດສະດີສູນກາງ
(ພາບ: cpv)

(vovworld) -  ຕອນ​ເຊົ້າ​ວັນ​ທີ 5/9, ຢູ່ ຮ່າ​ໂນ້ຍ, ສະພາ​ທິດ​ສະ​ດີ​ສູນ​ກາງ ​ໄດ້​ໄຂ​ສະ​ໄໝ​ປະຊຸມ​ທີ 5. ສະ​ໄໝ​ປະຊຸມ​ທີ 5 ສະພາ​ທິດ​ສະ​ດີ​ສູນ​ກາງ​ໄດ້​ສຸ​ມໃສ່​ປຶກສາ​ຫາລື​ຮ່າງ​ບົດ​ລາຍ​ງານ​ເປັນ​ທີ່​ປຶກສາ​ກ່ຽວ​ກັບ ”ການ​ປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ​ໂດຍ​ພື້ນຖານ ​ແລະ ຮອບດ້ານ”; ຮ່າງ​ບົດ​ລາຍ​ງານ​ເປັນ​ທີ່​ປຶກສາ​ກ່ຽວ​ກັບ ”ການ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຮັບ​ໃຊ້​ພາລະກິດ​ຫັນ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ກັບ​ສາກົນ”; ຮ່າງ​ບົດ​ລາຍ​ງານ​ເປັນ​ທີ່​ປຶກສາ​ກ່ຽວ​ກັບ ”ບາງ​ບັນຫາ​ກ່ຽວ​ກັບ​ທິດ​ສະ​ດີ - ພຶດຕິ​ກຳ​ຕົວ​ຈິງ​ທາ​ບທາມ​ໃຫ້​ແກ່​ການ​ຄົ້ນ​ຄ້ວາ, ​ເລືອກ​ເຟັ້ນລັດຖະນະ​ໂຍບາຍ​ໃໝ່​ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ລັດ​ວິ​ສາ​ຫະກິດ​ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ”.

ກ່າວຄວາມ​ເຫັນ​ທີ່​ສະ​ໄໝ​ປະຊຸມ, ທ່ານ Dinh The Huynh, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ປະທານສະພາ​ທິດ​ສະ​ດີ​ສູນ​ກາງ​ໄດ້ ​ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນ​ພິ​ເສດ​ຂອງ​ບັນດາ​ຮ່າງ​ບົດ​ລາຍ​ງານ​ດັ່ງກ່າວ. ​ເລື່ອງ​ປະກອບ​ຄວາມ​ເຫັນ, ປັບປຸງ​ບັນດາ​ຮ່າງ​ບົດ​ລາຍ​ງານ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ກະກຽມ​ບັນດາ​ແຜນ​ຮ່າງ​ຍື່ນ​ຕໍ່​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ທີ 6, ຊຸດ​ທີ 11. ສຳ​ຫຼັບຮ່າງ​ບົດ​ລາຍ​ງານປ່ຽນ​ໃໝ່, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ລັດ​ວິ​ສາ​ຫະກິດ​, ທ່ານ Dinh The Huynh​ໃຫ້​ຮູ້​ວ່າ:

”​ເຮັດ​ແຈ້ງ​ມາດຕະຖານ​ຕີ​ລາຄາລັດ​ວິ​ສາ​ຫະກິດ​ໃນ​ດ້ານ​ເສດຖະກິດ, ການ​ເມືອງ, ສັງຄົມ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ຈາກ​ນັ້ນ​ມີ​ການ​ຕີ​ລາຄາ​ຢ່າງ​ຖືກຕ້ອງ ​ແລະ ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ ກ່ຽວ​ກັບ​ບົດບາດ, ທີ່​ຕັ້ງ​ພາກສ່ວນ​ເສດຖະກິດ​ຂອງ​ລັດ, ​ເຊິ່ງ​ໃນ​ນັ້ນ​ລັດ​ວິ​ສາ​ຫະກິດ​ແມ່ນ​ແກ່ນສານ​ໃນ​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ”.

ຂ່າວ/ບົດ​ອື່ນ