( vovworld ) – ວັນທີ 11/6, ຢູ່ຮ່າໂນ້ຍ, ໄດ້ຈັດພິທີໄຂເວທີປາໄສການຄ້າ - ການທ່ອງທ່ຽວລົງທຶນຫວຽດນາມ - ອິນໂດເນເຊຍ (TTI) ດ້ວຍຫົວຂໍ້ວ່າ “ຫວຽດນາມ - ອິນໂດເນເຊຍ ຮ່ວມມືເພື່ອພັດທະນາຢ່າງໝັ້ນຄົງ”. ເວທີປາໄສນີ້ເພື່ອແນໃສ່ໂຄສະນາ ແລະ ແນະນຳຄວາມສາມາດບົ່ມຊ້ອນ, ແງ່ຫວັງຂອງແຕ່ລະປະເທດ, ພ້ອມທັງເພີ່ມທະວີການຊຸກຍູ້ສາຍພົວພັນລະຫວ່າງສອງປະເທດເວົ້າລວມ ແລະ ລະຫວ່າງບັນດາວິສາຫະກິດສອງປະເທດເວົ້າສະເພາະໃນຂົງເຂດການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ. ກ່າວຄຳເຫັນໄຂເວທີປາໄສ, ທ່ານເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳຫວຽດນາມ Mayerfas ເວົ້າວ່າ.
“ໃນໄລຍະຜ່ານມາ, ການພົວພັນລະຫວ່າງສອງປະເທດຫວຽດນາມ - ອິນໂດເນເຊຍ ໄດ້ບັນລຸບາດກ້າວພັດທະນາຫຼາຍຢ່າງ ແລະ ກ້າວເຂົ້າສູ່ລະດັບສູງໃໝ່. ເລື່ອງເວທີປາໄສ TTI ຖືກຈັດຂຶ້ນແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມ ເພື່ອສືບຕໍ່ຫັນເປັນສາຍພົວພັນຮ່ວມມືລະຫວ່າງສອງປະເທດ. ເວທີປາໄສນີ້ແມ່ນຂົວເຊື່ອມຕໍ່ສຳລັບບັນດາວິສາຫະກິດຫວຽດນາມ ເພື່ອສຳພັດ ແລະ ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນໃນການຮ່ວມມືກັບວິສາຫະກິດອິນໂດເນເຊຍ ”
ສ່ວນທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ Nguyen Thanh Bien ກໍໃຫ້ຮູ້ວ່າ, ໃນຊຸມປີຜ່ານມາການພົວພັນຮ່ວມມືດ້ານການຄ້າລະຫວ່າງສອງປະເທດນັບມື້ນັບພັດທະນາ, ວົງເງິນການຄ້າສອງສົ້ນຜ່ານແຕ່ລະໄລຍະລ້ວນແຕ່ເພີ່ມຂຶ້ນ.
“ນີ້ແມ່ນໜຶ່ງໃນບັນດາເຫດການສຳຄັນເພື່ອຊຸກຍູ້ການພົວພັນທາງດ້ານເສດຖະກິດການຄ້າ, ການທ່ອງທ່ຽວ, ການລົງທຶນ ລະຫວ່າງຫວຽດນາມ - ອິນໂດເນເຊຍ, ເໝາະສົມກັບຄວາມປາດຖະໜາຂອງປະຊາຄົມວິສາຫະກິດ ແລະ ຄວາມປາດຖະໜາຂອງບັນດາການນຳ ແລະ ນັກຄຸ້ມຄອງທຸກຂັ້ນຂອງສອງປະເທດ. ເວທີປາໄສນີ້ຈະສ້າງກາລະໂອກາດໃໝ່ ແລະຮຽກຮ້ອງໃຫ້ທັງສອງຝ່າຍ ສືບຕໍ່ຄວາມມານະພະຍາຍາມຊອກຫາຂໍ້ລິເລີ່ມ ແລະ ມາດະການແກ້ໄຂແນໃສ່ປະຕິບັດບັນດາກາລະໂອກາດນັ້ນ”.