ໄຂເວທີປາໄສການຮ່ວມມືເສດຖະກິດອ່າວພາກເຫນືອເປີດກວ້າງຄັ້ງທີ8

ໄຂເວທີປາໄສການຮ່ວມມືເສດຖະກິດອ່າວພາກເຫນືອເປີດກວ້າງຄັ້ງທີ8 - ảnh 1
ທ່ານ​ ຫງວຽນ​​ຮົ່ງ​ເຈື່ອງ, ຮອງ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງຫວຽດນາມ

(vovworld)- ຕອນ​ເຊົ້າ​ວັນ​ທີ 15/5, ​ເວທີ​ປາ​ໄສ​ກາ​ນຮ່ວມ​ມື​ເສດຖະກິດ​ອ່າວ​ພາກ​ເຫນືອ ​ເປີດ​ກວ້າງ​ຄັ້ງ​ທີ 8 ຖືກ​ໄຂ​ຂຶ້ນ​ຢູ່​ນະຄອນ ໜານຫນີງ ປະ​ເທດ​ຈີນ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ປະມານ 200 ຄົນ​ມາ​ຈາກ​ຈີນ ​ແລະ ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຈຳນວນ​ຫນຶ່ງ. ​​​ເວທີ​ປາ​ໄສ​ໄດ້​ສຸມ​ໃສ່​ບັນຫາ​ຜັນ​ຂະຫຍາຍ“ການ​ຮ່ວມ​ມື​ເສດຖະກິດ​ອ່າວ​ພາກ​ເຫນືອ​ເປີດ​ກວ້າງ” ​ໃນ 8 ປີຜ່ານມາ, ວິທີ​ຮ່ວມ​ສຳພັນ​ລະຫວ່າງ “ກາ​ນຮ່ວມ​ມື​ເສດຖະກິດ​ອ່າວ​ພາກ​ເຫນືອ​ເປີດ​ກວ້າງ” ກັບ​ການ​ຜັນ​ຂະຫຍາຍ​ຂໍ້​ລິ​ເລີ່​ມຂອງ​ການ​ນຳ​ຂັ້ນ​ສູງ​ຈີນ ກ່ຽວ​ກັບ​ເສັ້ນທາງການ​ຄ້າ​ບົນ​ທະ​ເລ​ຕາ​ເວັນ​ອອກ​ໃນ​ສັດຕະວັດ​ທີ 21”. ​ເຂົ້າ​ຮ່ວມ​​ແລະ​ກ່າວ​ຄຳ​ເຫັນ​ໄຂ​​ເວທີ​ປາ​ໄສ, ທ່ານ​ ຫງວຽນ​​ຮົ່ງ​ເຈື່ອງ, ຮອງ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງຫວຽດນາມ, ຫົວຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ໄດ້​ຢືນຢັນ​ວ່າ: ຫວຽດນາມ ພ້ອມ​ແລ້ວ ຮ່ວມ​ມື​ກັບ​ຈີນ ​ແລະ ບັນດາ​ປະ​ເທດ ອາ​ຊຽນ ຜັນ​ຂະຫຍາຍ“ການ​ຮ່ວມ​ມື​ເສດຖະກິດ​ອ່າວ​ພາກ​​ເຫນືອ​ເປີດ​ກວ້າງ”, ສະ​ເຫ​ນີບັນດາ​ປະ​ເທດ ຄວນ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ. ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ທ່ານຫງວຽນ​ຮົ່ງ​ເຈື່ອງ ຖື​ວ່າ: ຄວນ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ສ້າງສາ, ປັບປຸງ​ສະພາບ​ແວດ​ລ້ອມ​ຢ່າງ​ສະດວກ​ໃຫ້​ແກ່​ສັນ​ຕິ​ພາບ, ການ​ຮ່ວມ​ມື ບົນ​ຫລັກການ​ສະ​ເຫ​ມີພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເຄົາລົບ​ກົດໝາຍ​ສາກົນ, ​ເອກະລາດ ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ.

ຂ່າວ/ບົດ​ອື່ນ