(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 09/06, ຢູ່ທ່າກໍ່າປັ່ນກອງພັນນ້ອຍ 171 ກອງທັບເຮືອ, ນະຄອນຫວູງເຕົ່າ, ແຂວງ ບ່າເຮ້ຍ ໄດ້ໄຂ“ຄ້າຍພັກແລ້ງທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ - ພວກຂ້າພະເຈົ້າແມ່ນນັກຮົບກອງທັບເຮືອ”, ດ້ວຍການເຂົ້າຮ່ວມຂອງເຍົາວະຊົນກວ່າ 50 ຄົນໃນເກ່ນອາຍຸແຕ່ 10 – 17 ປີ. ເຊິ່ງດຳເນີນໄປແຕ່ວັນທີ 09 – 15/06, ບັນດາພວກນ້ອງເຂົ້າຮ່ວມຄ້າຍພັກແລ້ງ ໄດ້ຮັບການແນະນຳຈາກພະນັກງານ, ກອງພັນນ້ອຍ 171 ກອງທັບເຮືອ ແລະ ບັນດາອ້າຍ, ເອື້ອຍ ຮັບຜິດຊອບໄວໜຸ່ມເຍົາວະຊົນ ແນະນຳຄວາມຮູ້ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສ້າງສະຕິຕື່ນຕົວ, ຝືກຝົນແບບແຜນການດຳລົງຊີວິດ, ລະບຽບວິໄນ ແລະ ດຳເນີນຊີວິດຮ່ວມ, ສຶກສາອົບຮົມກ່ຽວກັບນ້ຳໃຈຮັກຊາດ, ຄຸນນະທາດດ້ານການເມືອງ... ຜ່ານນັ້ນ, ຊ່ວຍໃຫ້ພວກນ້ອງຍົກສູງຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ ກໍຄືຂອງກອງທັບເຮືອຫວຽດນາມ ດ້ວຍຈິດໃຈກຽມພ້ອມສູ້ຮົບ, ເສຍສະຫຼະຊີວິດເພື່ອປົກປັກຮັກສາອະທິປະໄຕເຂດໝູ່ເກາະ, ທະເລທີ່ສັກກະລະບຸຊາຂອງປະເທດຊາດ.