(vovworld) – ດ້ວຍຫົວຂໍ້ວ່າ: “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ - ແຫ່ງພົບປະຂອງບັນດານະຄອນປະຫວັດສາດ” Festival ເຫ້ວ ປີ 2012 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 7/4. ໂດຍດຳເນີນແຕ່ວັນທີ 7 – 15/4, Festival ເຫ້ວ 2012 ມີການເຂົ້າຮ່ວມຂອງ 40 ຄະນະສິລະປະກອນມາຈາກ 28 ປະເທດຢູ່ 5 ທະວີບ ແລະ ຄະນະສິລະປະກອນໃນໃນປະເທດ ນັບສິບໆຄະນະເຊິ່ງລວມມີບັນດານັກສີລະປິນທີ່ມີຊື່ສຽງຫຼາຍຄົນ. ທ່ານ Nguyen Duy Hien, ຜູ້ອຳນວຍການສູນ Festival ເຫ້ວ ຢືນຢັນວ່າ: ບັນດາງານບຸນ ຖືກດຳເນີນໃນ Festival ເພື່ອແນໃສ່ອະນຸລັກຮັກສາ, ພັດທະນາສີສັນວັດທະນະທຳຂອງຊາດ, ພ້ອມທັງແມ່ນໂອກາດໂຄສະນາ ເຫ້ວ, ນະຄອນວັດທະນະທຳ, ນະຄອນມໍລະດົກ, ນະຄອນ Festival ທີ່ເປັນເອກະລັກສະເພາະຂອງຫວຽດນາມ ອອກສູ່ເພື່ອນມິດສາກົນ. ທ່ານເວົ້າວ່າ:
“ພວກຂ້າພະເຈົ້າຢາກຝາກເຖິງແຂກທ່ອງທ່ຽວໃນທົ່ວໂລກວ່າ: ເຫ້ວແມ່ນນະຄອນທີ່ສວຍງາມດ້ວຍພື້ນຖານວັດທະນະທຳປະຫວັດສາດ, ມີທິວທັດທຳມະຊາດຫຼາຍແຫ່ງ ແລະ ຊາວເຫ້ວມີຄວາມຮັກເພງແຂກ. ພວກຂ້າພະເຈົ້າຫວັງວ່າແຂກທ່ອງທ່ຽວມາເຫ້ວ ຈະໄດ້ເຫັນປະຈັກຕາບັນດາຄວາມງາມຂອງເຫ້ວ ແລະ ນ້ຳໃຈຂອງຊາວເຫ້ວພວກເຮົາ”