(VOVWORLD) - ຫວຽດນາມ ມີຫຼັກຖານຢ່າງພຽງພໍເພື່ອຢັ້ງຢືນວ່າ, ທຸກໆໄຊຊະນະຂອງການປະຕິວັດ ຫວຽດນາມ ລ້ວນແຕ່ຕິດພັນກັບຜົນສະທ້ອນຂອງການປະຕິວັດເດືອນຕຸລາ ລັດເຊຍ ກໍ່ຄືການສະໜັບສະໜູນ ແລະ ຊ່ວຍເຫຼືອ ຢ່າງສຸດຈິດສຸດໃຈຂອງປະຊາຊົນ ໂຊວຽດ
ພາບປະກອບ |
ຕອນເຊົ້າວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ (1917 – 2017). ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ພ້ອມກັບການນຳ, ອະດິດການນຳພັກ ແລະ ລັດ, ຜູ້ຕາງໜ້າບັນດາຊາວ ຫວຽດນາມ ເຄີຍຮ່ຳຮຽນ, ປະຕິບັດງານຢູ່ອະດີດສະຫະພັນ ໂຊວຽດ ແລະ ສະຫະພັນ ລັດເຊຍ ໃນປະຈຸບັນ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ:
“ຫວຽດນາມ ມີຫຼັກຖານຢ່າງພຽງພໍເພື່ອຢັ້ງຢືນວ່າ, ທຸກໆໄຊຊະນະຂອງການປະຕິວັດ ຫວຽດນາມ ລ້ວນແຕ່ຕິດພັນກັບຜົນສະທ້ອນຂອງການປະຕິວັດເດືອນຕຸລາ ລັດເຊຍ ກໍ່ຄືການສະໜັບສະໜູນ ແລະ ຊ່ວຍເຫຼືອ ຢ່າງສຸດຈິດສຸດໃຈຂອງປະຊາຊົນ ໂຊວຽດ. ປະທານ ໂຮ່ຈີມີນ ເປັນຊາວ ຫວຽດນາມ ຜູ້ທຳອິດໄດ້ສຳພັດ, ຮັບເອົາ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງບັນດາແນວຄວາມຄິດຂອງການປະຕິວັດເດືອນຕຸລາ ເຂົ້າໃນພາລະກິດການປະຕິວັດ ຫວຽດນາມ ຢ່າງປະສົບຜົນສຳເລັດ”
ການນຳພັກ, ລັດ ຫວຽດນາມ ຖະຫວາຍດອກໄມ້ຢູ່ອະນຸສາວາລີ V.I.Lenin |
ໂດຍຖອດຖອນບັນດາບົດຮຽນຂອງຜົນສຳເລັດ, ປະລາໄຊໃນພາລະກິດສ້າງສາລັດທິສັງຄົມນິຍົມຢູ່ ໂຊວຽດ, ພັກກອມມູນິດ ຫວຽດນາມ ໄດ້ວາງອອກແນວທາງການປ່ຽນໃໝ່ຢ່າງຖືກຕ້ອງ, ມີຫົວຄິດປະດິດສ້າງ ແລະ ພວມຢືດໝັ້ນ ດຳເນີນພາລະກິດແຫ່ງການປ່ຽນໃໝ່ຮອບດ້ານຢູ່ ຫວຽດນາມ ເທື່ອລະກ້າວຢ່າງໜັກແຫນ້ນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ:
“ການສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ, ຍິ່ງຮັບຮູ້ແຈ້ງບັນດາຄຸນຄ່າ, ການປະກອບສ່ວນອັນໃຫຍ່ຫຼວງເຊິ່ງການປະຕິວັດນີ້ນຳມາໃຫ້ມວນມະນຸດ, ຮັບຮູ້ຢ່າງເລິກເຊິ່ງບັນດາບົດຮຽນລ້ຳຄ່າຈາກການພັງທະລາຍຂອງລັດທິສັງຄົມນິຍົມ ປະຕິບັດຕາມຮູບແບບ ໂຊວຽດ, ຢຶດໝັ້ນແນວທາງແຫ່ງການປ່ຽນໃໝ່ເພື່ອເອກະລາດຂອງຊາດຕິດພັນກັບລັດທິສັງຄົມນິຍົມເຊິ່ງພັກ, ປະທານ ໂຮ່ຈີມີນ ແລະ ປະຊາຊົນ ຫວຽດນາມ ໄດ້ເລືອກເຟັ້ນ.”
ກ່ອນໜ້ານັ້ນ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງຂັ້ນສູນກາງ ແລະ ນະຄອນຫຼວງ ຮ່າໂນ້ຍ ໄດ້ຖະຫວາຍດອກໄມ້ທູບທຽນ ບູຊາຢູ່ ອະນຸສາວາລີ V.I.Lenin - ຜູ້ນຳຍິ່ງໃຫຍ່ຂອງການປະຕິວັດເດືອນຕຸລາ ລັດເຊຍ.