ໄທຈັດວາລະປະຊຸມພິເສດຂອງ ລັດຖະບານຫຼັງການປະຕິຮູບ

ໄທຈັດວາລະປະຊຸມພິເສດຂອງ ລັດຖະບານຫຼັງການປະຕິຮູບ - ảnh 1

ທ່ານ​ນາງນາຍົກລັດຖະມົນຕີ​ຍິງ​ຮັກ ຊີ​ນນາ​ວັດ

(ພາບ:xembaomoi.com)

(VOV)- ວັນ​ທີ 2/11, ​​​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາງນາຍົກລັດຖະມົນຕີ​ຍິງ​ຮັກ ຊີ​ນນາ​ວັດ, ລັດຖະບານ​ໄທ ​ໄດ້​ຈັດວາລະ​ປະຊຸມ​ຄັ້ງປະຖົມມະ​ເລິກ​ນັບ​ແຕ່​ດຳ​ເນີນ​ການ​ປະຕິ​ຮູ​ບລັດຖະບານຄັ້ງທີ 2 ທີ່​ຜ່ານ​ມາ ດ້ວຍ​ບັນດາ​ຂໍ້​ຕົກລົງ​ສຳຄັນ. ການ​ປະຊຸມສຸມ​ໃສ່ປຶກສາ​ຫາລື ​ແລະ ອອກ​ມະຕິ​ກ່ຽວ​ກັບ​ການຈັດ​ແບ່ງ​ຄວາມ​ຮັບຜິດຊອບ ​ແລະ ​ແຕ່ງຕັ້ງບາງ​ຕຳ​ແໜ່​ງສຳຄັນ. ກ່າວ​ຄຳ​ເຫັນພາຍ​ຫຼັງ​ການ​ປະຊຸມ, ທ່ານ​ນາງນາຍົກລັດຖະມົນຕີ​​ໄທ ຍິງ​ຮັກ ຊີ​ນນາ​ວັດ ​ໄດ້​ໃຫ້​ຮູ້​ວ່າ: ການ​ດັດ​ປັບ​ຂົງ​ເຂດ​ຮັບຜິດຊອບ​ຂອງ​ບັນດາ​​ສະມາຊິກ​ລັດຖະບານ ກໍ່​ຄື​ແຕ່ງຕັ້ງບາງ​ຕຳ​ແໜ່​ງສຳຄັນ​ບໍ່​ແມ່ນ​ເພື່ອ​ຕອບ​ແທນ​ບຸນຄຸນ​ບັນດາ​ຜູ້​ເສື້ອ​ແດງ ຊື່​ງ​ແມ່ນ​ກຳລັງ​ເຄີ​ຍ​ໄດ້​ສະໜັບສະໜູນ​ລັດຖະບານ ຫາກ​ເພື່ອ​ສ້າງ​ກົງຈັກ​ບໍລິຫານ​ປະ​ເທດ​ຂອງ​ລັດຖະບານ​ໄທ ​ເປັນສົມ​ບູນ​ແບບ​ອີກ​ເທື່ອ​ໜຶ່ງ.

ຂ່າວ/ບົດ​ອື່ນ