ສີດຢາຕ້ານເຊື້ອເພື່ອສະກັດກັ້ນການແຜ່ລາມຂອງໄວຣັດ Zika
ຢູ່ໂຮງຮຽນແຫ່ງຫນຶ່ງຢູ່ ບາງກອກ
|
(vovworld)- ວັນທີ 14/9, ອົງການຄວບຄຸມໂລກພະຍາດ ໄທ (DDC) ໄດ້ອອກຄຳສັ່ງໃຫ້ ສູນຮັບມືສຸກເສີນຂອງປະເທດນີ້ 12 ແຫ່ງຍົກການກ່າວເຕືອນຂຶ້ນລະດັບ 2 ເພື່ອສະກັດກັ້ນການແຜ່ລະບາດຂອງ ໂລກພະຍາດເປັນໄຂ້ຍ້ອນ ໄວຣັດ Zika. ດຣ ອຳນວຍ ກາຈີນ ຜູ້ອຳນວຍການ DDC ໃຫ້ຮູ້ວ່າ: ຂໍ້ຕົກລົງນີ້ຖືກຍົກອອກພາຍຫລັງການປະຊຸມກັບບັນດາການນຳຂອງຫ້ອງການຄວບຄຸມໂລກລະບາດ ກໍຄືເຈົ້າຫນ້າທີ່ຮັບຜິດຊອບໃນທຸກຂັ້ນຂອງ DDC. ທ່ານ ກໍຊີ້ແຈ້ງວ່າ ກະຊວງສາທາລະນະສຸກໄທ ໄດ້ຊີ້ນຳໃຫ້ທຸກອົງການຂຶ້ນກັບກະຊວງນີ້ຜັນຂະຫຍາຍບັນດາການເຄື່ອນໄຫວຕິດຕາມກວດກາ, ປ້ອງກັນ ແລະ ຄວບຄຸມໂລກພະຍາດ Zika ຢູ່ ໃນລະດັບສູງສຸດ.
ໃນຂະນະນັ້ນ ວັນທີ 14/9, ອົງການສິ່ງແວດລ້ອມແຫ່ງຊາດ ສິງກະໂປ ໄດ້ປະກາດວ່າ 8 ກໍລະນີຖືກຕິດເຊື້ອໄວຣັດ Zika ໃຫມ່ອີກ. ໄລ່ມາຮອດປະຈຸບັນ, ວົງການເຈົ້າຫນ້າທີ່ສາທາລະນະສຸກ ສິງກະໂປ ໄດ້ຮັບຮູ້ ມີ 341 ກໍລະນີຖືກຕິດໄວຣັດ Zika ພາຍຫລັງກໍລະນີທຳອິດໄດ້ຄົ້ນພົບເມື່ອວັນທີ 27/8 ຜ່ານມາ.