ໄທຜັນຂະຫຍາຍການຈັບຕົວບັນດາຜູ້ນຳຈັດການແຫ່ຂະບວນປະທ້ວງຕ້ານລັດຖະບານ

ໄທຜັນຂະຫຍາຍການຈັບຕົວບັນດາຜູ້ນຳຈັດການແຫ່ຂະບວນປະທ້ວງຕ້ານລັດຖະບານ - ảnh 1
ທະຫານໄທເວນຍາມຢູ່ບໍລິເວນມໍ່ກັບສຳນັກງານລັດຖະບານທີ່
ນະຄອນຫຼວງບາງກອກເມື່ອວັນທີ 4/2. 

(vovworld)- ລັດຖະບານ​ໄທ​ຈະ​ສ້າງ​ຕັ້ງ​ກຳລັງ​ສະ​ເພາະ​ກິດ​ລວມມີ 12 ຄົນ​ເພື່ອ​ຈັບ​ຕົວ​ 19 ຄົນຊຶ່ງແມ່ນ ບັນດາ ຜູ້ນຳ​ຈັດການ​ແຫ່​ຂະ​ບວນປະ​ທ້ວງຕ້ານ ລັດຖະ ບານ ຊຶ່ງນອນໃນແຜນການອອກຄຳສັ່ງ ຈັບຕົວຂອງສານອາຍາຂອງປະເທດນີ້. ເຂົາເຈົ້າຕ່າງກໍແມ່ນສະມາຊິກຂອງຄະນະກຳມາທິການ ປະຕິຮູບປະຊາທິປະໄຕ ປະຊາຊົນ(PDRC). ວັນ​ທີ 6/2, ທ່ານ ສະ​ເຫຼີ​ມຢໍ​ບຳຣຸງ, ລັດຖະມົນຕີ​ກະຊວງ​ແຮງ​ງານ​ໄທ ທັງ​ເປັນ​ຜູ້ອຳນວຍການ​ສູນ​ຮັກສາ​ສັນຕິພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ(CMPO) ຍັງ​ໃຫ້​ຮູ້​ວ່າ ທາງ​ສູນ​ພວມ​ຂໍອະນຸຍາດ​ໃຫ້​ຈັບຕົວຜູ້ນຳຄົນອື່ນ 39 ຄົນສັງກັດ ຄະນະກຳມາທິການປະຕິຮູບປະຊາທິປະໄຕ ປະຊາຊົນ(PDRC) ເພາະໄດ້ລະເມີດກົດສະພາວະສຸກເສີນ. ນອກຈາກນັ້ນ, ມີຜູ້ອາສາສະໝັກ ແລະ ຕຳຫຼວດປະມານ1000  ຄົນຈະຖືກຜັນຂະຫຍາຍເພື່ອຢຶດເອົາຄືນສຳນັກງານ ກະຊວງພາຍໃນຊຶ່ງ​ພວມ​ຖືກ​ບັນດາ​ຜູ້ແຫ່​ຂະ​ບວນປະ​ທ້ວງປິດ​ລ້ອມ​ໃນ 4 ມື້​ທີ່​ຜ່ານ​ມາ. ກ່ອນ​ນັ້ນ 1​ ວັນ, ສານອາຍາ​ໄທ​ໄດ້​ອະນຸມັດ​ຜ່ານ​ຂໍ້​ສະ​ເໜີ​ຂອງ​ຕຳຫຼວດ​ໃຫ້​ອອກ​ຄຳ​ສັ່ງຈັບ​ຕົວ​ 19 ຄົນຊຶ່ງແມ່ນບັນດາຜູ້ນຳ​ຈັດການ​ແຫ່​ຂະ​ບວນປະ​ທ້ວງຕ້ານ ລັດຖະບານ, ​ໃນນັ້ນມີ​ອະດີດ​ຮອງ​ນາຍົກລັດຖະມົນຕີ​ໄທ ສຸ​ເທບ​ເທືອ​ກສູ້​ບັນ​ຍ້ອນ​ບໍ່​ປະຕິບັດ​ຕາ​ມກົດສະພາວະ​ສຸກ​ເສີນ.

ຂ່າວ/ບົດ​ອື່ນ