ໄທຜັນຂະຫຍາຍພົນທະຫານ,ຕຳຫຼວດສະກັດກັ້ນການແຫ່ຂະບວນປະທ້ວງຢູ່ບັງກອກ
ໄທຜັນຂະຫຍາຍພົນທະຫານ,ຕຳຫຼວດສະກັດກັ້ນການແຫ່ຂະບວນປະທ້ວງຢູ່ບັງກອກ
(ພາບ: ຈາກອີນເຕີເນັດ)
(vovworld) – ວັນທີ 8/6, ຕຳຫຼວດ ແລະ ພົນທະຫານນັບພັນຄົນໄດ້ຮັບການຜັນຂະຫຍາຍໃນທົ່ວນະຄອນຫຼວງ ບາງກອກປະເທດ ໄທ ໃນສະພາບທີ່ອຳນາດການປົກຄອງການທະຫານພວມຊອກຫາວິທີສະກັດກັ້ນການແຫ່ຂະບວນປະທ້ວງຄັ້ງຕ່າງໆເພື່ອຄັດຄ້ານການລັດຖະປະຫານ. ທ່ານຮອງຫົວໜ້າຕຳຫຼວດແຫ່ງຊາດ ສົມຢົດ ພົມພັນມວງ ຍອມຮັບວ່າ: ມີຕຳຫຼວດ ແລະ ພົນທະຫານ 6.500 ຄົນໄດ້ຮັບການຜັນຂະຫຍາຍເຖິງບັນດາສະຖານທີ່ຫຼັກແຫຼ່ງມີໄພເກີດການແຫ່ຂະບວນປະທ້ວງ. ກ່ອນໜ້ານັ້ນ, ບັນດາຜູ້ແຫ່ຂະບວນປະທ້ວງນາບຂູ່ຈະດຳເນີນການແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ ໂດຍບໍ່ຫົວຊາຕໍ່ກົດໄອຍະການເສິກ ແລະ ຄຳສັ່ງຫ້າມເຕົ້າໂຮມດ້ານການເມືອງຂອງກອງທັບ ໄທ. ຄວາມເຄັ່ງຕຶງປິນຂັ້ນໄດຢູ່ ໄທ ນັບແຕ່ເມື່ອກອງທັບຍາດເອົາສິດອຳນາດ, ໂຄ່ນລົ້ມລັດຖະບານເມື່ອວັນທີ 22/5. ການກະທຳຂອງກອງທັບປະເຊີນໜ້າຄັດຄ້ານຂອງປະຊາຊົນພາຍໃນປະເທດຢ່າງແຮງ.