ໄທຢັ້ງຢືນຄືນໃໝ່: ບໍ່ນຳອະດີດນາຍົກລັດຖະມົນຕີ ທັກສິນ ກັບເມືອປະເທດ
ນັກຂ່າວ VOV ປະຈຳໄທ -  
ຝ່າຍເສື້ອເຫຼືອງຄັດຄ້ານການປັບປຸງ
ລັດຖະທຳມະນູນ
|
(vovworld) - ວັນທີ 12/3, ທ່ານນາງນາຍົກລັດຖະມົນຕີໄທ ຍິງຣັກ ຊິນນະວັດ ໄດ້ຢັ້ງຢືນອີກເທື່ອໜຶ່ງວ່າ: ການປັບປຸງລັດຖະທຳມະນູນບໍ່ແມ່ນເພື່ອສ່ວນບຸກຄົນໃດໆ ແລະ ທ່ານທັກສິນ ຊິນນະວັດຈະບໍ່ກັບເມືອປະເທດຄືດັ່ງຂ່າວລື. ເມື່ອເຕື້ອງເຖິງ ພັນທະມິດປະຊາຊົນເພື່ອປະຊາທິປະໄຕ PAD (ຫຼືຝ່າຍເສື້ອເຫຼືອງ) ມີການເຄື່ອນໄຫວຕ່າງໆເພື່ອຄັດຄ້ານການປັບປຸງລັດຖະທຳມະນູນ, ທ່ານນາງ ຍິງຣັກ ໃຫ້ຮູ້ວ່າ: ທ່ານນາງພ້ອມແລ້ວທີ່ຈະຮັບຟັງຄວາມເຫັນ ຂອງກຸ່ມ ແລະ ຝ່າຍຕ່າງໆ. ໃນຂະນະນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຈະເລີນ ຢູ່ບຳຣຸງ ກໍຢືນຢັນວ່າ: ເລື່ອງນຳທ່ານ ທັກສິນ ກັບຄືນປະເທດແມ່ນຄວາມເຫັນຂອງທ່ານເອງແຕ່ປີ 2009, ບໍ່ກ່ຽວຂ້ອງເຖິງທ່ານນາງ ຍິງຣັກ. ກ່ອນໜ້ານັ້ນ, ທ່ານ ຈະເລີນ ໃຫ້ຮູ້ວ່າ: ທ່ານມີວິທີເພື່ອນຳທ່ານອະດີດນາຍົກລັດຖະມົນຕີ ທັກສິນ ກັບເມືອປະເທດໃນທ້າຍປີນີ້ ດ້ວຍໂອກາດທີ່ເໝາະສົມ.
ກ່ຽວຂ້ອງເຖິງການປັບປຸງລັດຖະທຳມະນູນ, ທ່ານ ສະນັນ ຄະຈອນປຣະຊາດ ປະທານຄະນະທີ່ປຶກສາພັກຊາດໄທພັດທະນາ - ເຊິ່ງແມ່ນພັກໃນພັນທະມິດລັດຖະບານຂອງທ່ານນາງ ຍິງຣັກ ໃຫ້ຮູ້ວ່າ: ຄວນຊີ້ແຈງບັນດາຂໍ້ມາດຕາທີ່ຈະປັບປຸງ, ບໍ່ຄວນປັບປຸງເນື້ອໃນທັງໝົດຂອງລັດຖະທຳມະນູນ. ຕາມທ່ານ ສະນັນ ແລ້ວ, ການໄກ່ເກ່ຍປອງດອງຍາກທີ່ຈະປະຕິບັດໄດ້ໃນສະພາບການຄືປະຈຸບັນ ເມື່ອມີການແບ່ງແຍກພັກຝ່າຍຕ່າງໆຢ່າງຮ້າຍແຮງ.
ນັກຂ່າວ VOV ປະຈຳໄທ