ໄທ ລົບລ້າງກົດໄອຍະການເສິກໃນທົ່ວປະເທດ
(ພາບ: TTXVN)
(vovworld) – ວັນທີ 13/6, ອຳນາດການປົກຄອງການທະຫານ ໄທ ໄດ້ລົບລ້າງກົດໄອຍະການເສິກ ໃນທົ່ວປະເທດ ດ້ວຍສາຍເຫດບໍ່ເກີດການໃຊ້ຄວາມຮຸນແຮງໃດໆ ແລະ ຄວາມຈຳເປັນຕ້ອງໜູນຊ່ວຍຂະແໜງທ່ອງທ່ຽວຂອງປະເທດນີ້. ຖະແຫຼງການທາງໂທລະພາບ, ສະພາສັນຕິພາບ ແລະ ຄວາມເປັນລະບຽບຮຽບຮ້ອຍແຫ່ງຊາດ (NCPO) ຊີ້ແຈ້ງວ່າ: ຍ້ອນສະພາບການໄດ້ຮັບການປັບປຸງ ແລະ ບໍ່ເກີດກໍລະນີໃດທີ່ອາດຈະພາໄປເຖິງການໃຊ້ຄວາມຮຸນແຮງ ແລະ ເພື່ອແນໃສ່ໜູນຊ່ວຍການທ່ອງທ່ຽວ, ກົດໄອຍະການເສິກຈະຖືກລົບລ້າງໃນແຂວງ, ນະຄອນທັງໝົດຢູ່ໄທ.