ໄທຮັບຮອງເອົາຄຳສັ່ງຫ້າມແຫ່ຂະບວນປະທ້ວງ

ໄທຮັບຮອງເອົາຄຳສັ່ງຫ້າມແຫ່ຂະບວນປະທ້ວງ - ảnh 1
ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່ນອກ​ສຳ​ນັກ​ງານ​ກະ​ຊວງ​ການ​ເງິນ ໄທ ເມື່ອ​ຕົ້ນ​ປີ 2014
(ພາບ: AFP/TTXVN)

(vovworld) – ​ ​ວັນ​ທີ 15/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ ໃຫ້​ຮູ້​ວ່າ: ປະ​ເທດນີ້​ໄດ້​ຮັບ​ຮອງ​ເອົາ​ກົດ​ໝາຍ​ສະ​ບັບ​ໃໝ່​ຫ້າມ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ເມື່ອ​ບໍ່​ທັນ​ໄດ້​ຮັບ​ການ​ອະ​ນຸ​ຍາດ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣາ​ຢຸດ ຈັນ​ໂອ​ຈາ ໃຫ້​ຮູ້​ວ່າ: ກົດ​ໝາຍ​ສະ​ບັບ​ນີ້​ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ຜູ້​ຈັດ​ຕັ້ງ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຕ້ອງ​ອະ​ນຸ​ຍາດ​ທາງ​ການ​ຢ່າງ​ໜ້ອຍ​ສຸດ 24 ຊົ່ວ​ໂມງ​ກ່ອນ​ທີ່​ຈັດ​ຕັ້ງ​ການ​ເດີນ​ຂະ​ບວນ. ທ່ານ​ເນັ້ນ​ໜັກ​ວ່າ: ກົດ​ໝາຍນີ້​ໄດ້​ຮັບ​ການ​ນຳ​ໃຊ້​ສຳ​ລັບ​ທຸກໆ​ຮູບ​ແບບ​ແຫ່​ຂະ​ບວນ​ປະ​ທ້ວງ, ນີ້​ຈະ​ແມ່ນ​ວິ​ທີ​ການ​ສຳ​ຄັນ​ຊ່ວຍ​ລັດ​ຖະ​ບານ​ສະ​ໄໝ​ຕໍ່​ໄປ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ. ຕາມ​ກົດ​ໝາຍ​ດັ່ງ​ກ່າວ​ແລ້ວ, ປະ​ຊາ​ຊົນ​ອາດ​ຈ​ະ​ເດີນ​ຂະ​ບວນ​ແຕ່​ຕ້ອງ​ຍົກ​ອອກ​ຈຸດ​ປະ​ສົງ​ຢ່າງ​ລະ​ອຽດ ແລ​ະ ຕ້ອງຂໍ​ອະ​ນຸ​ຍາດ​​​ຈາກລັດ​ຖະ​ບານ. ກົດ​ໝາຍ​ສະ​ບັບ​ໃໝ່​ຫ້າມ ກໍ​ຄື​ສະ​ກັດ​ກັ້ນ​ເລື່ອງ​ຈັດ​ຕັ້ງ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່ນ​ອ​ກ​ສຳ​ນັກ​ງານ​ລັດ​ຖະ​ບານ ແລະ ຢູ່​ບັນ​ດາ​​ເສັ້ນ​ທາງ​​ຄົມ​ມະ​ນາ​ຄົມຕົ້ນ​ຕໍ. ຜູ້​ແຫ່​ຂະ​ບວ​ນ​ປະ​ທ້ວງ​​ຢ່າງຜິດ​ກົດ​ໝາຍ​ຈະ​ຖືກ​ກັກ​ຂັງ​ເປັນ​ເວ​ລາ 6 ເດືອນ ແລະ ຕ້ອງ​ປັບ​ໄໝ 10.000 ບາດ (ເທົ່າ​ກັບ 300 USD), ບັນ​ດາ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ໄດ້​ກີດ​ຂວາງ​​ການຄົມ​ມະ​ນາ​ຄົມ ແລະ ທຳ​ລາຍພື້ນ​ຖານ​ໂຄ​ງ​ລ່າງ​ຕົ້ນ​ຕໍ​​ຕ່າງໆຈະ​ຖືກ​ກັກ​ຂັງ​ເປັນ​ເວ​ລາ 10 ເດືອນ ແລະ ປັບ​ໄໝ​ 20.000 ບາດ (600 USD).

ຂ່າວ/ບົດ​ອື່ນ