ປະຊາຊົນໄທ ເຕົ້າໂຮມຢູ່ພະລາດຊະວັງ ເພື່ອໄວ້ອາໄລພະບາດສົມເດັດພະເຈົ້າມະຫາຊີວິດ ພູມີພົນ ອະດູຢາເດດ
(ພາບ: ສຳນັກຂ່າວສານ ຊິນຮວາ /TTXVN)
|
(vovworld) – ທຳນຽບພາຍໃນພະລາດຊະວັງ ໄທ ປະກາດໄດ້ເປີດປະຕູພະລາດຊະວັງເພື່ອໃຫ້ປະຊາຊົນພາຍໃນປະເທດ ແລະ ແຂກທ່ອງທ່ຽວສາກົນເຂົ້າໄວ້ອາໄລພະບາດສົມເດັດພະເຈົ້າມະຫາຊີວິດ ພູມີພົນ ອະດູຢາເດດ ໃນເວລາ 15 ວັນ, ນັບແຕ່ຕອນບ່າຍວັນທີ 15/10. ແຈ້ງຂ່າວໄດ້ຊີ້ແຈ້ງວ່າ ໃນຮອບເວລາ 100 ວັນ, ບັນດາພິທີກຳທາງສາສະໜາຈະໄດ້ດຳເນີນປະຈຳວັນຢູ່ວັງ ພິມານ ຣັດຕະຢາ, ບ່ອນທີ່ບຳເພັນກຸສົນສົບຂອງ ພະບາດສົມເດັດພະເຈົ້າມະຫາຊີວິດໄທ. ໃນວັນທຳອິດເປີດປະຕູ, ປະຊາຊົນນັບໝື່ນຄົນໃນທົ່ວປະເທດ ໄທ ໄດ້ເຂົ້າອຳລາຈາກ ພະບາດສົມເດັດພະເຈົ້າມະຫາຊີວິດ ທີ່ແສນເຄົາລົບຮັກຂອງເຂົາເຈົ້າ. ປະຊາຊົນທັງໝົດນຸ່ງເຄື່ອງສີດຳ ແລະ ລຽນແຖວເປັນລຳດັບ. ແຕ່ເຖິງຢ່າງໃດກໍ່ຕາມ, ນັບແຕ່ວັນທີ 28/10, ປະຊາຊົນຈຶ່ງໄດ້ຮັບອະນຸຍາດເຂົ້າທາງໃນເພື່ອໄວ້ອາໄລ ພະບາດສົມເດັດພະເຈົ້າມະຫາຊີວິດ ຢ່າງເປັນທາງການ.