ໄທ: ອຳນາດການ ປົກຄອງການທະຫານ ເພີ່ມທະວີການປ້ອງກັນ ຄວາມສະຫງົບ
(ພາບປະກອບ: AFP/TTXVN)
(vovworld) – ວັນທີ 27/05, ອຳນາດການປົກຄອງການທະຫານໄທໄດ້ເພີ່ມທະວີການປ້ອງກັນຄວາມສະຫງົບໃນທົ່ວປະເທດ, ຖະແຫຼງຈະປະຕິບັດ “ບັນດາມາດຕະການເດັດດ່ຽວ” ສຳລັບກຸ່ມປະກອບອາວຸດຕ້ານການລັດຖະປະຫານເມື່ອວັນທີ 22/05. ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫຼັງພົບປະກັບບັນດາຜູ້ບັນຊາການທະຫານເຂດພ້ອມກັບເຈົ້າໜ້າທີ່ຕຳຫຼວດ ແລະ ປ້ອງກັນຄວາມສະຫງົບ, ພົນຕີ ທີຣະໄຈ ນາຄວານິກ, ຜູ້ບັນຊາການທະຫານເຂດ 1 ຕິດຕາມກວດກາເຂດພາກກາງ, ຕາເວັນຕົກຂອງໄທ ແລະ ນະຄອນຫຼວງບາງກອກ ໃຫ້ຮູ້ວ່າ, ສະພາຮັກສາສັນຕິພາບ ແລະ ຄວາມເປັນລະບຽບຮຽບຮ້ອຍແຫ່ງຊາດຈະປະຕິບັດບັດດາມາດຕະການຢ່າງແຮງຕ້ານກຸ່ມຄັດຄ້ານການລັດຖະປະຫານ. ທ່ານ ທີຣະໄຈ ນາຄວານິກ ຊີ້ແຈ້ງວ່າ, ກອງທັບຈະນຳໃຊ້ບັນດາມາດຕະການທຳມະດາສຳລັບບັນດາຜູ້ແຫ່ຂະບວນປະທ້ວງ ແລະ ບັນດາມາດຕະການເດັດດ່ຽວສຳລັບກຸ່ມປະກອບອາວຸດ.