ໄທ ແລະ ອິນ​ໂດ​ເນ​ເຊ​ຍ ຈະ​ເຕ​ື້ອງ​ເຖິງ​ບັນ​ຫາ Covid – 19 ຢູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ 36

(VOVWORLD) -ຖະແຫຼງການຂອງ ລັດຖະບານ ໄທ ໃຫ້ຮູ້ວ່າ ທ່ານ ປຣາຢຸດ ຈັນໂອຈາ ນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດໄທ ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຖືກຈັດຕັ້ງຕາມຮູບການທາງອອນລາຍໃນວັນທີ 26 ມິຖຸນາຈະມາເຖິງ.
ໄທ ແລະ ອິນ​ໂດ​ເນ​ເຊ​ຍ ຈະ​ເຕ​ື້ອງ​ເຖິງ​ບັນ​ຫາ Covid – 19 ຢູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ 36 - ảnh 1ທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ (ພາບ: AFP) 

ທີ່ກອງປະຊຸມ, ທ່ານ ປຣາຢຸດ ຈັນໂອຈາ ຈະກ່າວຄຳເຫັນສະເໜີ 3 ວິທີການສຳຜັດ ໃນໄລຍະຫຼັງ Covid – 19 ເພື່ອແນໃສ່ນຳອາຊຽນກ້າວຂຶ້ນ ລວມມີ: ຊຸກຍູ້ການເຊື່ອມຕໍ່ອັນແທ້ຈິງ ຂອງອາຊຽນຜ່ານການຍູ້ໄວບັນດາການປະຕິບັດຕາມແຜນການສັງລວມກ່ຽວກັບການເຊື່ອມຕໍ່ອາຊຽນ 2025 (MPAC 2025), ເພີ່ມທະວີກຳລັງແຮງຂອງອາຊຽນ ຢູ່ພາຍໃນກຸ່ມຜ່ານການເຊື່ອມໂຍງເສດຖະກິດ ແລະ ການລົງທຶນພື້ນຖານໂຄງລ່າງດີຈີຕອນ ແລະ ຊຸກຍູ້ພູມຕ້ານທານຍາວນານ ຂອງອາຊຽນ ດ້ວຍການກໍ່ສ້າງແຜນການຟື້ນຟູໃນໄລຍະຫຼັງ Covid – 19.

ໃນຂະນະນັ້ນ, ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳອິນໂດເນເຊຍ, ທ່ານ Jose Tavares ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດອິນໂດເນເຊຍ ໄດ້ແບ່ງປັນກ່ຽວກັບຄວາມຫວັງຂອງປະເທດນີ້ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ນັ້ນແມ່ນ:

ຫົວຂໍ້ໃຫຍ່ຂອງອາຊຽນແມ່ນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື, ປັບຕົວໃຫ້ແທດເໝາະກັບສະພາບການ ຈະເປັນສິ່ງລຸລວງໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 36. ເຖິງຢ່າງໃດກໍ່ຕາມ, ບັນດາບັນຫາໃນພາກພື້ນຄືໃນປັດຈຸບັນ ບໍ່ອາດຕັດແຍກອອກຈາກໂລກລະບາດ Covid 19 ໄດ້. ບັນດາປະມຸກລັດ ກໍ່ສາມາດຍົກອອກບັນດາບັນຫາຢູ່ກອງປະຊຸມ ແລະ ມີຄວາມເປັນໄປໄດ້ວ່າ ທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ ຈະນຳບັນຫາແກ້ໄຂໂລກລະບາດ Covid 19 ກໍຄືການຟື້ນຟູພາຍຫຼັງ ໂລກລະບາດ Covid 19 ມາປຶກສາຫາລືຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36.

ຕອບກັບ

ຂ່າວ/ບົດ​ອື່ນ