(ພາບປະກອບ)
(vovworld) - ໄລຍະ 2016-2020, ຫວຽດນາມສູ້ຊົນສອນວິຊາຊີບໃຫ້ຜູ້ອອກແຮງງານຊົນນະບົດ 5,5 ລ້ານຄົນ ໃນນັ້ນໜູນຊ່ວຍການກໍ່ສ້າງລະດັບຊັ້ນຕົ້ນ ແລະ ໄລຍະຕຳ່ກວ່າ 3 ເດືອນໃຫ້ຜູ້ອອກແຮງງານປະມານ 3,2 ລ້ານຄົນ. ດ້ວຍຈຸດໝາຍພາຍຫຼັງການສອນວິຊາຊີບ, ຈະມີ 80% ຈຳນວນນັກຮຽນມີວຽກເຮັດງານທຳໃໝ່ ຫຼືສືບຕໍ່ເຮັດອາຊີບເກົ່າ ແຕ່ມີສະມັດຕະພາບແຮງງານ ແລະ ລາຍຮັບສູງກວ່າ. ທ່ານ ເຢືອງດຶກເລິນ, ຫົວໜ້າກົມໃຫຍ່ສອນວິຊາຊີບ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ, ໃຫ້ຮູ້ວ່າ:
“ປະຈຸບັນຜູ້ອອກແຮງງານຊົນນະບົດກວມເຖິງ 47% ຈຳນວນຄົນງານຄວນເຮັດວຽກໃນສັງຄົມ ແລະ ສ່ວນຫຼາຍແມ່ນບໍ່ທັນຜ່ານການກໍ່ສ້າງວິຊາຊີບ. ເພື່ອເພີ່ມຄວາມສາມາດແກ່ງແຍ້ງ, ພວກເຮົາຕ້ອງກໍ່ສ້າງໃຫ້ກຳລັງແຮງງານນີ້ ເພື່ອໃຫ້ເຂົາເຈົ້າສາມາດເພີ່ມສະມັດຕະພາບແຮງງານໃນຂົງເຂດກະສິກຳ ກໍ່ຄືສ້າງແຫຼ່ງແຮງງານທີ່ເຮັດວຽກໃນບັນດາເຂດອຸດສາຫະກຳ ແລະ ການບໍລິການ