ໜັງສືພິມມາເລເຊຍ ເນັ້ນການປະກອບສ່ວນຂອງຫວຽດນາມ ໃນອາຊຽນ

(VOVWORLD) -ຫວຽດນາມ ກໍ່ມີບັນດາການປະກອບສ່ວນໃຫ້ແກ່ວິວັດທະນາການເປີດກວ້າງການຮ່ວມມືຂອງອາຊຽນ ຜ່ານກົນໄກຮ່ວມມືຂັ້ນສູງອາຊີຕາເວັນອອກ ດ້ວຍການເຂົ້າຮ່ວມຂອງລັດເຊຍ, ອາເມລິກາ

ບົດຂຽນທີ່ໄດ້ເອົາລົງໃນໜັງສືພິມ New Straits Times ຂອງມາເລເຊຍ ຫວ່າງມໍ່ໆມານີ້ໄດ້ໃຫ້ຂໍ້ສັງເກດວ່າ, ໃນສະພາບເກີດໂລກລະບາດໂຄວິດ-19, ຫວຽດນາມ, ເຊິ່ງເປັນປະທານອາຊຽນ ນັ້ນ ໄດ້ສ້າງແຜນການຟື້ນຟູເສດຖະກິດຢ່າງຮອບດ້ານໃຫ້ແກ່ພາກພື້ນ. ບົດຂຽນກໍ່ຊີ້ແຈ້ງບັນດາການປະກອບສ່ວນຂອງຫວຽດນາມ ນັບແຕ່ເມື່ອເຂົ້າເປັນສະມາຊິກຂອງອາຊຽນ, ໃນນັ້ນໄດ້ຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 6 ປີ 1998 ສຳເລັດຢ່າງຈົບງາມ. ແຜນການກະທຳຂອງຮ່າໂນ້ຍ ທີ່ຍົກອອກມາທີ່ກອງປະຊຸມໄດ້ຊ່ວຍຮັກສາການຮ່ວມມື ແລະ ເພີ່ມທະວີທີ່ຕັ້ງບົດບາດຂອງອາຊຽນ ໃນຕະຫຼອດໄລຍະທີ່ເກີດວິກິດການການເງິນຢູ່ອາຊີ 1997 – 1998. ຫວຽດນາມ ກໍ່ບັນລຸໄດ້ຜົນງານຫຼາຍຢ່າງດ້ວຍຖານະເປັນປະທານຄະນະກຳມະການປະຈຳການອາຊຽນ 2001 ແລະ ປະເທດປະທານອາຊຽນ 2010.

        ນອກນັ້ນ, ຫວຽດນາມ ກໍ່ມີບັນດາການປະກອບສ່ວນໃຫ້ແກ່ວິວັດທະນາການເປີດກວ້າງການຮ່ວມມືຂອງອາຊຽນ ຜ່ານກົນໄກຮ່ວມມືຂັ້ນສູງອາຊີຕາເວັນອອກ ດ້ວຍການເຂົ້າຮ່ວມຂອງລັດເຊຍ, ອາເມລິກາ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ເລື່ອງອາຊຽນ ໄດ້ຮັບເຊື້ອເຊີນເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ 20 ພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20), ຕໍ່ຈາກນັ້ນແມ່ນມີບັນດາຂໍ້ລິເລີ່ມ, ໂຄງການອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ