ໜັງ​ສື​ພິມ ລາວ ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ງານ​ຂອງ ຫວຽດ​ນາມ ແລະ ສາຍ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ປະ​ເທດ

(VOVWORLD) -ໃນຕະຫຼອດ 76 ປີຜ່ານມາ, ຫວຽດນາມ ໄດ້ສ້າງກຸ່ມກ້ອນມະຫາສາມັກຄີທີ່ເປັນປຶກແຜ່ນແໜ້ນໜາ, ຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປົກປັກຮັກສາພື້ນຖານເອກະລາດ, ເສລີພາບຂອງຊາດ; ສ້າງສາ ແລະ ພັດທະນາປະເທດຊາດໃຫ້ “ນັບມື້ນັບອຸດົມຮັ່ງມີ, ຮຸ່ງເຮືອງສີວິໄລ ແລະ ສວຍງາມກວ່າ”; ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະການສ້າງພື້ນຖານສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.
ໜັງ​ສື​ພິມ ລາວ ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ງານ​ຂອງ ຫວຽດ​ນາມ ແລະ ສາຍ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ປະ​ເທດ - ảnh 1ໜັງສືພິມ Pathet Lao Daily ຂອງ ສຳນັກຂ່າວສານປະເທດລາວ  (ພາບ: TTXVN)

   ໃນໜ້າທຳອິດຂອງໜັງສືພິມ Pathet Lao Daily ຂອງ ສຳນັກຂ່າວສານປະເທດລາວ ສະບັບອອກວັນທີ 01 ກັນຍາ ໄດ້ລົງພິມບົດຂຽນ ດ້ວຍຫົວຂໍ້ “ສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 76 ປີ”. ຕາມບົດຂຽນດັ່ງກ່າວແລ້ວ, ໃນຕະຫຼອດ 76 ປີຜ່ານມາ, ຫວຽດນາມ ໄດ້ສ້າງກຸ່ມກ້ອນມະຫາສາມັກຄີທີ່ເປັນປຶກແຜ່ນແໜ້ນໜາ, ຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປົກປັກຮັກສາພື້ນຖານເອກະລາດ, ເສລີພາບຂອງຊາດ; ສ້າງສາ ແລະ ພັດທະນາປະເທດຊາດໃຫ້ “ນັບມື້ນັບອຸດົມຮັ່ງມີ, ຮຸ່ງເຮືອງສີວິໄລ ແລະ ສວຍງາມກວ່າ”; ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະການສ້າງພື້ນຖານສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.

        ກ່ຽວກັບສາຍພົວພັນລະຫວ່າງ ຫວຽດນາມ - ລາວ, ບົດຂຽນດັ່ງກ່າວ ກໍໄດ້ຢັ້ງຢືນວ່າ ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການໃນປະຫວັດສາດ, ສາຍພົວພັນລະຫວ່າງ ຫວຽດນາມ - ລາວ ໄດ້ກາຍເປັນສາຍພົວພັນ “ໄມຕີຈິດມິດຕະພາບອັນຍິ່ງໃຫຍ່”, ເປັນແບບຢ່າງທີ່ຫາຍາກໃນສາຍພົວພັນສອງຝ່າຍໃນໂລກ.

        ປັດຈຸບັນ, ໃນສະພາບການໂລກ ແລະ ພາກພື້ນ ພວມມີການຜັນແປຢ່າງວ່ອງໄວ, ສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ພິເສດແມ່ນໃນການແຜ່ລະບາດຮອບໃໝ່ຂອງໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບບໍ່ດີໃນຂອບເຂດທົ່ວໂລກ, ນັບທັງ ຫວຽດນາມ ແລະ ລາວ. ເຖິງວ່າພວມປະສົບກັບຄວາມຫຍຸ້ງຍາກນາໆປະການກໍຕາມ ແຕ່ການນຳຂັ້ນສູງພັກ, ລັດ ຫວຽດນາມ ແລະ ລາວ ຍັງປະຕິບັດການຢ້ຽມຢາມສັນຖະວະໄມຕີຄັ້ງໆຕ່າງໆຢ່າງເປັນທາງການ, ຜ່ານນັ້ນ ສະແດງໃຫ້ເຫັນສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ