ໜັງ​ສື​ພິມ Nikkei Asia: ກຸ່ມ​ບໍ​ລິ​ສັດ Central ຂອງ ໄທ​ມີ​ແຜນ​ການ​ເປີດກວ້າງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ

(VOVWORLD) -Central Retail  ແມ່ນສາຂາຂາຍຍ່ອຍໃຫຍ່ຂອງກຸ່ມບໍລິສັດ, ໄດ້ສະຫງວນເງິນຈຳນວນ 848 ລ້ານ USD ເພື່ອ ມາລົງທຶນຢູ່ ຫວຽດນາມ, ເຊິ່ງແມ່ນສະຖານທີ່ເຂົາເຈົ້າຄາດວ່າຈະເພີ່ມລາຍຮັບແຕ່ລະດັບ ກ່ວາ 1 ຕື້ USD ໃນປັດຈຸບັນ ຂຶ້ນເຖິງ ເກືອບ 2,8 ຕື້ USD ໃນ 5 ປີຈະມາເຖິງ ຕາມແຜນການດຳເນີນທຸລະກິດໃນບົດລາຍງານປະຈຳປີຂອງບໍລິສັດນີ້
ໜັງ​ສື​ພິມ Nikkei Asia: ກຸ່ມ​ບໍ​ລິ​ສັດ Central ຂອງ ໄທ​ມີ​ແຜນ​ການ​ເປີດກວ້າງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ - ảnh 1ກຸ່ມບໍລິສັດຂາຍຍ່ອຍ Central (ພາບ: thanhnien.vn)

ຕາມໜັງສືພິມ Nikkei Asia ແລ້ວ, ກຸ່ມບໍລິສັດຂາຍຍ່ອຍ Central ຂອງ ໄທ ພວມມີແຜນການເປີດກວ້າງການລົງທຶນຢ່າງແຮງຢູ່ຕະຫຼາດ ພາຍໃນປະເທດ ແລະ ຫວຽດນາມ, ດ້ວຍຄວາມຫວັງວ່າຈະບັນລຸໄດ້ລະດັບການເຕີບໂຕຄວາມຕ້ອງການໃນການຊື້ຂາຍ ເມື່ອ ພະຍາດໂຄວິດ - 19 ສິ້ນສຸດ. Central Retail  ແມ່ນສາຂາຂາຍຍ່ອຍໃຫຍ່ຂອງກຸ່ມບໍລິສັດ, ໄດ້ສະຫງວນເງິນຈຳນວນ 848 ລ້ານ USD ເພື່ອ ມາລົງທຶນຢູ່ ຫວຽດນາມ, ເຊິ່ງແມ່ນສະຖານທີ່ເຂົາເຈົ້າຄາດວ່າຈະເພີ່ມລາຍຮັບແຕ່ລະດັບ ກ່ວາ 1 ຕື້ USD ໃນປັດຈຸບັນ ຂຶ້ນເຖິງ ເກືອບ 2,8 ຕື້ USD ໃນ 5 ປີຈະມາເຖິງ ຕາມແຜນການດຳເນີນທຸລະກິດໃນບົດລາຍງານປະຈຳປີຂອງບໍລິສັດນີ້. ແຜນການດັ່ງກ່າວເໝາະສົມກັບການຄາດຄະເນຂອງບັນດານັກໄຈ້ແຍກ, ເຊິ່ງໄດ້ຖືວ່າ ພື້ນຖານເສດຖະກິດ ຫວຽດນາມ ຈະສືບຕໍ່ພັດທະນາຫຼັງພະຍາດໂຄວິດ - 19. ການຄາດຄະເນນີ້ ກໍ່ສະແດງໃຫ້ເຫັນຂົງເຂດຂາຍຍ່ອຍຂອງ ຫວຽດນາມ ເພີ່ມຂຶ້ນ 9%/ປີ ປະມານ 150 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ