ໜູນຊ່ວຍປະຕິຮູບລະບອບລັດຖະການ, ລັດຖະກອນຫວຽດນາມ

ໜູນຊ່ວຍປະຕິຮູບລະບອບລັດຖະການ, ລັດຖະກອນຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ທ່ານ​ນາຍົກລັດຖະມົນຕີ ຫາ​ກໍ່ລົງ​ນາມ​​ໃນບັນຊີ​ລາຍ​ຊື່​ໂຄ​ງການ​ໜູນ​ຊ່ວຍດ້ານ​ເຕັກນິກ “ໜູນ​ຊ່ວຍ​ການ​ປະຕິ​ຮູບ​ລະບອບລັດຖະການ, ລັດຖະ​ກອນ​ຫວຽດນາມ” ​ໂດຍ​ທະນາຄານ​ພັດທະນາ​ອາຊີ (ADB) ຊ່ວຍ​ເຫຼືອ​ລ້າ. ​ຍອດ​ຈຳນວນ​ເງິນ​ຂອງ​ໂຄງການ​ແມ່ນ 1,25 ລ້ານ USD, ​ໃນ​ນັ້ນ​ທຶນ​ໜູນ​ຊ່ວຍ​ການ​ພັດທະນາ​ຢ່າງ​ເປ​ັນທາງ​ການ (ODA) ​ໂດ​ຍ ADB ຊ່ວຍ​ເຫຼືອ​ລ້າທີ່ມີ​ມູນ​ຄ່າ 1 ລ້ານ USD; ທຶນ​ສະ​ສົມ 2 ຝ່າຍ​ຫວຽດນາມ ​ແມ່ນ 250.000 USD. ບ້ວງ​ເງິນໜູນ​ຊ່ວຍ​ດັ່ງກ່າວ ຈະ​ຊ່ວຍ​ໃຫ້​ກະຊວງ​ພາຍ​ໃນ​ເພີ່ມ​ເຕີມ​ແຫຼ່ງກຳລັງ​ເພື່ອ​ສ້າງ​ພື້ນຖານລັດ​ຖະການ “ອາຊີບ, ​ຮັບຜິດຊອບໜ້າ​ທີ່, ຂະຫຍັນ​ຂັນ​ເຄື່ອນ, ​ໂປງ​​ໃສ ​ແລະ ມີ​ປະສິດທິ​ຜົນ”; ຍູ້​ແຮງ​ການ​ປະຕິ​ຮູບ​ລະບອບລັດຖະການ, ລັດຖະກອນ ​ແນ​ໃສ່​ຈຸດໝາຍ​ສ້າງພື້ນຖານລັດຖະການດ້ວຍຖັນ​ແຖວ​ພະນັກງານ, ລັດຖະກອນ​ອາຊີບ, ມີ​ຄຸນ​ນະ​ທາດ, ມີ​ລະດັບ​ຄວາມ​ຮູ້​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ, ສັງຄົມ​ໃນ​ເງື່ອນ​ໄຂ​ຫັນ​ປະ​ເທດ​ຊາດເປັນປະ​ເທດອຸດສາ​ຫະກຳ ​ແລະ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ຊ່ວຍ​ໃຫ້​ລັດຖະບານ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ປະຕິ​ຮູບ​ການ​ບໍລິການ​ໄລຍະ 2011 – 2020.

ຂ່າວ/ບົດ​ອື່ນ