ທ່ານຫງວຽນເຕິນຢຸງກ່າວປາໄສທີ່ເວລທີປາໄສເສດຖະກິດໂລກ 2014
(ພາບ: doisongphapluat.com)
(vovworld)- ດັ່ງທີ່ພວກເຮົາໄດ້ໃຫ້ຂ່າວໄປແລ້ວ, ຄອນຄ່ຳວັນທີ 22/5, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ແລະ ຄະນະຜູ້ແທນຫວຽດນາມ ໄດ້ກັບເມືອຮອດຮ່າໂນ້ຍ ສີ້ນສຸດການເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ 2014, ຢ້ຽມຢາມ ແລະ ເຮັດວຽກຢູ່ ຟີລິບປິນ.
ໃນຂອບເຂດເວທີປາໄສເສດຖະກິດໂລກຄັ້ງນີ້, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສທີ່ວາລະປຶກສາຫາລືທຸກຄັ້ງ. ທີ່ວາລະໄຂ, ບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ໄດ້ດຶງດູດຄວາມສົນໃຈຫຼາຍທີ່ສຸດ, ສ້າງຄວາມປະທັບໃຈ ແລະ ການສະໜັບສະໜູນແຮງທີ່ສຸດ.
ທາງດ້ານເສດຖະກິດ, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ເນັ້ນໜັກວ່າ, ໃນທ່າອ່ຽງເຊື່ອມໂຍງເຂົ້າກັບໂລກນັບມື້ນັບແຮງນັ້ນ, ການປ່ຽນໃໝ່ລະບອບລະບຽບການ ເສດຖະກິດແມ່ນສິ່ງທີ່ຈຳເປັນຕ້ອງເປັນໄປ ແລະ ກຳລັງໜູນເຕີບໂຕໄດ້ສ້າງຂຶ້ນຈາກການປະຕິຮູບໂຄງປະກອບ ແລະ ລະບອບລະບຽບການເສດຖະກິດ.
ເມື່ອປະກາດກ່ຽວກັບບັນດາການຜັນແປຢູ່ທະເລຕາເວັນອອກ, ທ່ານນາຍົກລັດ ຖະມົນຕີ ຫງວຽນເຕິນຢຸງ ເນັ້ນຫນັກສັດຈະທຳທີ່ວ່າ: “ບໍ່ສາມາດພັດທະນາໄດ້, ຖ້າຫາກບໍ່ມີສັນຕິພາບ ແລະ ສະຖຽນລະພາບ“.
“ການຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງພວມມີການຜັນແປນັບມື້ນັບສັບສົນ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບປອດໄພໃນພາກພື້ນຢ່າງໜັກໜ່ວງ. ປະຈຸບັນ, ກ່ວາ 3/4 ປະລິມານສິນຄ້າທົ່ວໂລກຖືກຂົນສົ່ງດ້ວຍທາງທະເລ ແລະ 2/3 ຈຳນວນດັ່ງກ່າວແມ່ນເດີນຜ່ານທະເລຕາເວັນອອກ. ຄວາມຂາດສະຖຽນລະພາບຫຼື ການປະທະກັນເກີດຂຶ້ນຢູ່ທີ່ນີ້ຈະເຮັດໃຫ້ບັນດາພື້ນຖານເສດຖະກິດໃນພາກພື້ນ ແລະ ໂລກຕ້ອງຮັບຜົນຮ້າຍທີ່ບໍ່ອາດຄາດຄິດລ່ວງໜ້າໄດ້ “.
ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ແລະ ປະທານາທິບໍດີຟິລິບປິນ Aquino
(ພາບ: http://news.go.vn)
ໃນການເຈລະຈາກັບທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ທີ່ມານີລາ, ປະທາ ນາທິບໍດີຟິລິບປິນ Aquino ກໍ່ແບ່ງປັນຄວາມເປັນຫ່ວງກັງວົນອັນເລິກເຊິ່ງ ກ່ຽວກັບສະພາບການອັນຕະລາຍພິເສດໃນປະຈຸບັນ ຢູ່ທະເລຕາເວັນອອກ. ການນຳສອງທ່ານເຫັນດີເປັນເອກະສັນບັນດາມາດຕະການ ແລະ ຈຸດໝາຍລະອຽດ ແນໃສ່ຍູ້ແຮງການຮ່ວມມືຮອບດ້ານລະຫວ່າງສອງປະເທດໃນຫຼາຍຂົງເຂດ, ໂດຍສະເພາະແມ່ນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຮ່ວມມືດ້ານທະເລ, ມະຫາສະຫມຸດ. ຖືວ່າ, ນີ້ແມ່ນເສົາຄ້ຳໃນການພົວພັນລະຫວ່າງສອງປະເທດ. ປະທານາທິບໍດີຟິລິບປິນ Aquino ຢືນຢັນວ່າ:
“ຂ້າພະເຈົ້າເຊື່ອໝັ້ນວ່າ, ການສືບຕໍ່ຮ່ວມມືກັບຫວຽດນາມ ກໍ່ຄືຮ່ວມມືກັບບັນດາປະເທດສະມາຊິກອື່ນໃນອາຊຽນ ໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຊ່ວຍຊຸກຍູ້ການສ້າງສະຖຽນລະພາບໃນພາກພື້ນກ່ວາອີກ. ພວກຂ້າພະເຈົ້າໄດ້ແລກປ່ຽນຄຳເຫັນກ່ຽວກັບການຮ່ວມມືດ້ານທະເລ, ກ່ຽວກັບບັນດາການຮ່ວມມືລະຫວ່າງຕຳຫຼວດທະເລຂອງຟິລິບປິນ ແລະ ຕຳຫຼວດທະເລຂອງຫວຽດນາມ ເພື່ອຮັກສາບັນດາແຫຼ່ງປະໂຫຍດສິນໃນນ້ຳ ເພື່ອຕ້ານຄືນບັນດາການເຄື່ອນໄຫວລະເມີດກົດໝາຍບົນທະເລ ແລະ ເຂດອ້ອມຂ້າງລະຫວ່າງສອງປະເທດ“.
ໃນໄລຍະເວລາເຂົ້າຮ່ວມ ເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ 2014, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ໄດ້ຕອບສຳພາດນັກຂ່າວຂອງສຳນັກຂ່າວສານ, ໜັງສຶພິມໃຫ່ຍໃນໂລກຈຳນວນໜຶ່ງກ່ຽວກັບບັນຫາທະເລຕາເວັນອອກ
ຫາງສຽງພາຍໃນປະເທດ ແລະ ສາກົນ ກ່ຽວກັບທັດສະນະຂອງທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ກ່ຽວກັບບັນຫາທະເລຕາເວັນອອກ
ບົດກ່າວປາໄສທີ່ເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ 2014 ກໍ່ຄືທັດສະນະຂອງທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ເມື່ອຕອບສຳພາດບັນດານັກຂ່າວຂອງສຳນັກຂ່າວສານ, ໜັງສຶພິມໃຫ່ຍໃນໂລກ ໄດ້ດຶງດູດຄວາມສົນໃຈຂອງບັນດານັກຮຽນຮູ້, ນັກການທູດ, ນັກຄົ້ນຄ້ວາຫວຽດນາມ ແລະ ຕ່າງປະເທດ.
ທ່ານເຢືອງແຢງຮູຍ, ອະດີດຫົວໜ້າກົງສູນຫວຽດນາມ ປະຈຳແຂວງກວາງເຈົາ ປະເທດຈີນ ຖືວ່າ, ຄຳຕອບຂອງທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ໄດ້ປະກອບສ່ວນຕີເອົາຊະນະຖ້ອຍທຳນອງຂອງຈີນ ເມື່ອແກ້ຄວາມໃຫ້ຄວາມຜິດພາດຂອງຕົນ ແລະ ຖິ້ມໂທດໃສ່ຫວຽດນາມ ໃນຂະນະທີ່ເຂົາເຈົ້າເອງແມ່ນຜູ້ເຮັດໃຫ້ ທະເລຕາເວັນອອກປະຈຸບັນເພີ່ມຄວາມເຄັ່ງຕຶງຂຶ້ນ.
ເມື່ອເຕື້ອງເຖິງເລື່ອງຫວຽດນາມ ຊັ່ງຊາວິທີຕໍ່ສູ້ຕາມກົດໝາຍສາກົນ, ດຣ Ian Storey ສະຖາບັນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ ຢູ່ສິງປະໂປ ຖືວ່າ, ຫວຽດນາມ ຈະມີພື້ນຖານອ້າງອີງສູງກວ່າເພື່ອຮັບມືກັບຈີນ. ສ່ວນສາດສະດາຈານ Rommel C.Banlaoi ຜູ້ອຳນວຍການສູນຄົ້ນຄ້ວາສືບລາຊະການລັບ ແລະ ປ້ອງກັນຄວາມສະຫງົບແຫ່ງຊາດຟິລິບປິນ ພັດຖືວ່າ: ຫວຽດນາມ ຄວນຖືສານແມ່ນໜື່ງໃນບັນດາມາດຕະການສັນຕິພາບເພື່ອແກ້ໄຂການພິພາດຢູ່ທະເລຕາເວັນອອກ./.