ໝາກຜົນຂອງການຢ້ຽມຢາມ ບຣຸໄນ ແລະ ມຽມມາ ຂອງທ່ານປະທານປະເທດ ເຈືອງເຕີນສາງ

ໝາກຜົນຂອງການຢ້ຽມຢາມ ບຣຸໄນ ແລະ ມຽມມາ ຂອງທ່ານປະທານປະເທດ ເຈືອງເຕີນສາງ - ảnh 1
(ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ສາງ
ພົບປະກັບທ່ານປະທານາທິບໍດີມຽນມາ)


(vovworld) -     ໝາກຜົນ​ທີ່ຜົ້ນ​ເດັ່ນ​ຂອງ​ການ​ຢ້ຽມຢາມ ບຣຸ​ໄນ ​ແລະ ມຽມມາ ​ໃນ​ລະຫວ່າງ​ວັນ​ທີ 27/11 – 1/12 ຂອງທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ສາງ ​ແມ່ນ​ປັບປຸງ ​ແລະ ​ເພີ່ມ​ທະວີ​​​ການ​ພົວພັວກັບ​ ບຣຸ​ໄນ ​ແລະ ມຽມມາ ​ຂຶ້ນບາດກ້າວ​ໜຶ່ງ, ນັບທັງ​ໃນ​ການ​ພົວພັນ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ, ພ້ອມ​ທັງ​ເປີດກາລະ​ໂອກາດຮ່ວມ​ມື​ໃໝ່​ໃນ​ບັນ​ດາ​ຂົງ​ເຂດ​​ເຊິ່ງ​ຕ່າງ​ຝ່າຍຕ່າງ​ມີ​ທ່າ​ແຮງ, ​ເໝາ​ະສົມກັບ​ຜົນ​ປະ​ໂຫຍ​ດອັດ​ແທດ​ຈິງ​ຂອງ​ແຕ່ລະ​ປະ​ເທດ. ທ່ານ​ ຟ້າ​ມບິ່ງ​ມິ​ງ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ​ໄດ້ເນັ້ນ​ໜັກ​​ສິ່ງ​ດັ່ງກ່າວ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ຢ້ຽມຢາມ. ຕາມ​ທ່ານ​ລັດຖະມົນຕີ​ ຟ້າ​ມບິ່ງ​ມິ​ງ ​ແລ້ວ, ການ​ນຳ​ ບຣຸ​ໄນ ​ແລະ ມຽມມາ ລ້ວນ​ແຕ່​ຢືນຢັນ​​ຖື​ບົດບາດ​ທີ່​ຕັ້ງ​ຂອງ​ຫວຽດນາມ ​ເປັນ​ສຳຄັນ ​ແລະ ​ປາ​ດທະ​ນາ​ວ່າ ຢາກ​ຊຸກຍູ້​ການ​ພົວພັນ​ກັບ​ຫວຽດນາມ; ​ເ​ຫັນ​ດີ​ເປັນ​ເອກະ​ພາບ​ຮັກສາ​ການ​​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ຂັ້ນ​ຕ່າງໆ ກໍ່​ຄື​ການ​ແລກປ່ຽນ​ປະຊາຊົນ ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ; ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ມີ​ຢູ່​ແລ້ວ​ຢ່າງ​ມີ​ປະສິດທິ​ຜົນ. ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິ​ດ, ການ​ຄ້າ, ການ​ລົງທຶນ, ການ​ນຳ ມຽນມາ ຢືນຢັນ​ວ່າ ຈະ​ສົມທົບ​ກັນ​ສົ່ງ​ເສີມ​ບັນດາ​ໂຄງການ​ການ​ຄ້າ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນລະຫວ່າງ​ຫວຽດນາມ - ມຽນມາ ​​ໃຫ້​ບັນລຸ​ໄດ້ລະດັບ 500 ລ້ານ USD ​ໃນ​ປີ 2015. ຕາມທ່ານ​ ຟ້າ​ມບິ່ງ​ມິ​ງ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລ້ວ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ບັນດາ​ການ​ນຳ ບຣຸ​ໄນ ​ແລະ ມຽມມາ ຍັງ​ແລກປ່ຽນ​​ກ່ຽວ​ກັບບັນດາ​ບັນຫາ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ​ອື່ນໆ​ອີກ, ​ໃນ​ນັ້ນ​ມີ​ການ​ສົມທົບ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່ບັນດາ​ເວທີປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ອາ​ຊຽນ ​ແລະ ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ