(VOVWORLD) - 15 ປະເທດ ແລະ ເຂດແຄວ້ນ ລວມມີ: ຍີ່ປຸ່ນ, ອາເມລິກາ, ອັງກິດ, ອົດສະຕາລີ, ອິນເດຍ, ເບລາຣຸດ, ກຳປູເຈຍ, ຟີລິບປິນ, ປາແລັດສະຕິນ, ມານດິວ, ນິວຊີແລນ, ສີລັງກາ, ອີຢິບ, ຕວັກກີ ແລະ ສິງກະໂປ ໄດ້ຮັບຮອງເອົາປາດສະປໍວັກຊິນ ຂອງ ຫວຽດນາມ.
ພະນັກງານການບິນ ແນະນຳຜູ້ໂດຍສານເຮັດລະບຽບການຕ່າງໆຢູ່ສະໜາມບິນ (ພາບ: VNExpress) |
“ຫວຽດນາມ ໄດ້ປຶກສາຫາລືກັບ 15 ປະເທດ ແລະ ເຂດແຄວ້ນເພື່ອຮັບຮອງເອົາ ປາດສະປໍວັກຊິນຂອງກັນ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໄດ້ຍົກອອກໃນການຖະແຫຼງຂ່າວນັດສາມັນ ດໍາເນີນໃນຕອນບ່າຍວັນທີ 3 ມີນາ ຕາມຮູບການທາງໄກ.
ຕາມທ່ານນາງ ເລທິທູຮັ່ງ ແລ້ວ, 15 ປະເທດ ແລະ ເຂດແຄວ້ນເຫຼົ່ານັ້ນ ລວມມີ: ຍີ່ປຸ່ນ, ອາເມລິກາ, ອັງກິດ, ອົດສະຕາລີ, ອິນເດຍ, ເບລາຣຸດ, ກຳປູເຈຍ, ຟີລິບປິນ, ປາແລັດສະຕິນ, ມານດິວ, ນິວຊີແລນ, ສີລັງກາ, ອີຢິບ, ຕວັກກີ ແລະ ສິງກະໂປ.