1,5 ລ້ານຄອບຄົວໃກ້ຈະຖືກຈັດ ຢູ່ໃນລະດັບຄອບຄົວທຸກຍາກມີໂອກາດຫລຸດພົ້ນອອກຈາກຄວາມທຸກຍາກ

1,5 ລ້ານຄອບຄົວໃກ້ຈະຖືກຈັດ  ຢູ່ໃນລະດັບຄອບຄົວທຸກຍາກມີໂອກາດຫລຸດພົ້ນອອກຈາກຄວາມທຸກຍາກ - ảnh 1
ພາບປະກອບ:internet

(vovworld)-  ​ເພື່ອ​ປະກອບສ່ວນ​ປະຕິບັດ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ, ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ທ່ານ​ນາຍົກລັດຖະມົນຕີ ຫາ​ກໍ​ເຊັນ​ຂໍ້​ຕົກລົງ​ອະນຸຍາດ​ໃຫ້​ບັນດາ​ຄອບຄົວ​​ໃກ້​ຈະ​ຖືກ​ຈັດ​ຢູ່​​ໃນ​ລະດັບ​ຄອບຄົວ​ທຸກ​ຍາກ​ໄດ້​ກູ້​ຢືມ​ທຶນ ນັບ​ແຕ່​ວັນ​ທີ 16/4/2013 ​ເປັນ​ຕົ້ນ​ໄປ. ຄາດ​ວ່າ ຈະ​ມີ 1,5 ລ້ານ​ຄອບຄົວ​ມີ​​ໂອກາດ​ໄດ້​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

        ຕາມ​ມາດຕະຖານ​ວາງ​ອອກ, ຄອບຄົວ​ໃກ້​ຈະ​ຖືກ​ຈັດ​ຢູ່​ໃນ​ລະດັບ​ຄອບຄົວ​ທຸກ​ຍາກ​ແມ່ນ​ຄອບຄົວ​ມີ​ລາຍ​ຮັບ​ສະ​ເລ່ຍ​ຈາກ 401.000 - 520.000 ດົ່ງ​/​ຄົນ/ເດືອນ ສຳລັບ​ເຂດ​ຊົນນະບົດ ​ແລະ ຈາກ 501.000- 650.000 ດົ່ງ/ຄົນ/​ເດືອນ ສຳລັບ​ເຂດ​ຕົວ​ເມືອງ. ທ່ານ ຫວູ​ແອ​ງນາມ, ຮອງ​ຫົວຫນ້າ​ພະ​ແນ​ກອຸປະ​ກະລະ​ສັງຄົມ ສັງ​ກັດ​ພະ​ແນ​ກ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ແຂວງ ຫວີງ​ຟຸກ ຖື​ວ່າ:

        “ຄອບຄົວ​ໃກ້​ຈະ​ຖືກ​ຈັດ​ຢູ່​ໃນ​ຄອບຄົວ​ທຸກ​ຍາກ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ​ເຂົາ​ເຈົ້າ​ອາດ​ຈະ​ຖືກ​ຕົກ​ເຂົ້າ​ສູ່​ຄອບຄົວ​ທຸກ​ຍາກຄືນ​ໃຫມ່​ຢ່າງ​ງ່າຍດາຍ. ສະ​ນັ້ນ ​ເມື່ອ​ມີ​ນະ​ໂຍບາຍ​ດັ່ງກ່າວ ​ແມ່ນ​ເງື່ອນ​ໄຂ​ດີ​ທີ່​ສຸດ​ ​ເພື່ອ​ໃຫ້ເຂົາ​ເຈົ້າ​ໄດ້​ມີ​ໂອກາດ​ກູ້​ຢືມ​ທຶນ​ເພື່ອ​ພັດທະນາ​ການ​ຜະລິດ, ພັດທະນາ​ເສດຖະກິດ.”


ຂ່າວ/ບົດ​ອື່ນ