(vovworld) – ວັນທີ 7/10, ສຳນັກຂ່າວສານ Yonhap ຂອງ ສປປ ເກົາຫຼີ ໄດ້ໃຫ້ຂ່າວວ່າ: ບັນດາກຳລັງທະຫານເຮືອຂອງ ສປປ ເກົາຫຼີ ແລະ ສ. ເກົາຫຼີ ໄດ້ຍິງປືນໃສ່ກັນຢູ່ເຂດທະເລທີ່ພວມເກີດຄວາມຂັດແຍ້ງກັນ. ໂຄສົກຂອງກະຊວງປ້ອງກັນປະເທດ ສ. ເກົາຫຼີ ໃຫ້ຮູ້ວ່າ: ມີກຳປັ່ນລາດຕະເວນຂອງ ສປປ ເກົາຫຼີ ໄດ້ລ່ວງລ້ຳເຂດຊາຍແດນທາງພາກເໜືອ (NLL), ເຮັດໃຫ້ກຳລັງທະຫານ ສ. ເກົາຫຼີ ຕ້ອງຍິງໄຟສັນຍານກ່າວເຕືອນ. ກຳປັ່ນຂອງ ສປປ ເກົາຫຼີ ໄດ້ຍິງໂຕ້ຕອບ ແລະ ຖອນອອກຈາກເຂດນັ້ນພາຍຫຼັງ 10 ນາທີ. ເຫດການເກີດຂຶ້ນໃນເວລາ 9 ໂມງ 50 ນາທີ ຕອນເຊົ້າວັນທີ 7/10 (ຕາມເວລາທ້ອງຖີ່ນ) ຢູ່ໃກ້ກັບເກາະ Yeonpyeong, ພາກເໜືອ ສ. ເກົາຫຼີ. ຕາມກະຊວງດັ່ງກ່າວແລ້ວ, ຝ່າຍ ສ. ເກົາຫຼີ ບໍ່ມີຜູ້ເສຍຊີວິດ ແລະ ຮັບບາດເຈັບ.