24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມມີຜູ້ຕິດເຊື້ອໂຄວິດ-19 ໃໝ່ 866 ຄົນ

(VOVWORLD) -ວັນທີ 15 ມິຖຸນານີ້, ຫວຽດນາມມີຄົນເຈັບຕື່ມອີກ 5.382 ຄົນໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີຂຶ້ນ ເປັນ 9.574.270 ຄົນ
24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມມີຜູ້ຕິດເຊື້ອໂຄວິດ-19 ໃໝ່ 866 ຄົນ - ảnh 1ພາບປະກອບ

    ນັບແຕ່ເວລາ 16 ໂມງຂອງວັນທີ 14 ມິຖຸນາ ຫາເວລາ 16 ໂມງຂອງວັນທີ 15 ມິຖຸນານີ້, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 866 ຄົນ. ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 10.734.151 ຄົນ.

     ວັນທີ 15 ມິຖຸນານີ້, ຫວຽດນາມມີຄົນເຈັບຕື່ມອີກ 5.382 ຄົນໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີຂຶ້ນ ເປັນ 9.574.270 ຄົນ. ກໍໃນ24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມບໍ່ມີຜູ້ເສຍຊີວິດຍ້ອນ ໂຄວິດ-19

ຕອບກັບ

ຂ່າວ/ບົດ​ອື່ນ